ສິ່ງທີ່ປະຊາຊົນຄວນຮູ້ກ່ອນໄປໃຊ້ສິດເລືອກຕັ້ງ 22 ກຸມພາ 2026.
ການເລືອກຕັ້ງໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ ແມ່ນເຫດການສຳຄັນທາງການເມືອງ ທີ່ປະຊາຊົນທຸກຄົນມີສິດແລະໜ້າທີ່ເຂົ້າຮ່ວມ. ເພື່ອໃຫ້ການໃຊ້ສິດເປັນໄປຢ່າງຖືກຕ້ອງ ແລະ ຖືກຕາມຂັ້ນຕອນ ປະຊາຊົນຄວນເຂົ້າໃຈວິທີການຂີດບັດເລືອກຕັ້ງໃຫ້ຖືກຕ້ອງ.
ຕາມລະບຽບການເລືອກຕັ້ງ ການຂີດບັດເລືອກຕັ້ງ ແມ່ນໃຫ້ຂີດສະເພາະຊື່ຂອງຜູ້ທີ່ຜູ້ໃຊ້ສິດ ບໍ່ເລືອກ ເທົ່ານັ້ນ ໂດຍຂີດຈາກເລກລຳດັບ ໄປຈົນເຖິງສຸດນາມສະກຸນ ແລະ ຕ້ອງຂີດໃຫ້ຖືກຕາມຈຳນວນທີ່ກຳນົດໄວ້.
ສຳລັບການຂີດບັດໃຫ້ຖືກຕ້ອງ ມີ 3 ຂັ້ນຕອນພື້ນຖານ ດັ່ງນີ້:
– ຂີດຊື່ສະເພາະຜູ້ທີ່ບໍ່ເລືອກເທົ່ານັ້ນ
– ຂີດຈາກເລກລຳດັບ ໄປຈົນເຖິງສຸດນາມສະກຸນ
– ຂີດໃຫ້ຖືກຕ້ອງຕາມຈຳນວນທີ່ກຳນົດ
ຖ້າປະຊາຊົນປະຕິບັດຖືກຕາມ 3 ຂັ້ນຕອນຂ້າງເທິງນີ້ ຖືວ່າໄດ້ໃຊ້ສິດເລືອກຕັ້ງຢ່າງສຳເລັດ ແລະ ຖືກຕ້ອງຕາມຂັ້ນຕອນທາງກົດໝາຍ.




