ສຳເລັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານລະຫວ່າງ 4 ປະເທດ ( ຈີນ-ລາວ-ມຽນມາ-ໄທ ).

ກອງປະຊຸມພົບປະແລກປ່ຽນສະພາບການຮ່ວມມືໃນການລາດຕະເວນທາງນໍ້າຕາມແມ່ນໍ້າຂອງຄັ້ງທີ 162 ຂຶ້ນ, ໃນວັນທີ 10 ກຸມພາ 2026 ນີ້, ຢູ່ທີ່ໂຮງແຮມໝອນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຄະນະຜູ້ແທນຝ່າຍຈີນນຳໂດຍ ສະຫາຍ ພົນຕີ ຫຼີສູຈຸນ ຮອງຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ, ຝ່າຍລາວນຳໂດຍ ສະຫາຍ ພັນເອກ ແສງ ເພັດ ແສງມະນີ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍໍ່ແກ້ວ, ຝ່າຍມຽນມານຳໂດຍ ສະຫາຍ ພັນໂທ ອ່ອງມຽກໂມ ຫົວໜ້າກອງບັນຊາການຕຳຫຼວດບ້ານປຸງ ເມືອງ ແລະ ແຂວງທ່າຂີ້ເຫຼັກ ປະເທດມຽນມາ, ຝ່າຍໄທນຳໂດຍ ສະຫາຍ ພັນເອກ ມົນຕຣີ ຮອງຫົວໜ້າແມ່ທັບພາກ5, ມີສອງກຳລັງ ທະຫານ-ຕຳຫຼວດ 2 ແຂວງ (ບໍ່ແກ້ວ-ຫຼວງນ້ຳທາ) ຕະຫຼອດຮອດຄະນະທີມງານ 04 ປະເທດເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນສະພາບການຮ່ວມມືໃນການປົກປັກຮັກສາຊາຍແດນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືກັນໃນການປະຕິບັດກົດໝາຍຮ່ວມລາດຕະເວນຮ່ວມທາງນໍ້າ ຕາມລຳແມ່ຂອງຕອນເໜືອ, ໃນການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ,ຄ້າຂາຍຢາເສບຕິດຕາມຊາຍແດນ. ນອກນັ້ນ, ກອງປະຊຸມ ຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບລະຫວ່າງ 04 ປະເທດ ( ຈີນ-ລາວ-ມຽນມາ-ໄທ )  ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງຂອງ 04 ປະເທດ, ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື. ເຊິ່ງກອງປະຊຸມໄດ້ເອກກະພາບກ່ຽວກັບທິດທາງແຜນການທີ່ 04 ຝ່າຍຈະໄດ້ສືບຕໍ່ຮ່ວມມືກັນໃນຕ່ໍໜ້າເປັນຕົ້ນ: ການກຽມຄວາມພ້ອມໃນການລາດຕະເວນຮ່ວມກັນຄັ້ງທີ 163 ທີ່ຈະມາເຖິງນີ້ ແລະ  ການຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 04 ປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກເພື່ອພ້ອມກັນເຮັດສໍາເລັດໜ້າທີ່ພ້ອມກັນສ້າງຊາຍແດນໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາ,ພ້ອມກັນນັ້ນ 04 ປະເທດ ( ຈີນ-ລາວ-ມຽນມາ-ໄທ) ແມ່ນຈະສືບຕໍ່ແລກປ່ຽນສະພາບເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ.

ໂດຍ: ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa