ສະຫຼຸບວຽກງານອົງການປົກຄອງແຂວງບໍ່ແກ້ວ ໄລຍະ 5 ປີ 2021-2025 ຕິດພັນກັບການສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງ ແຜນການ ປະຈໍາປີ 2026

ກອງປະຊຸມປຶກສາຫາລືການສະຫຼຸບວຽກງານອົງການປົກຄອງແຂວງ ໄລຍະ 5 ປີ ( 2021-2025) ຕິດພັນກັບການສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງ ແຜນການ ປະຈໍາປີ 2026, ແມ່ນໄດ້ຈັດຂຶ້ນວັນທີ 23 ທັນວາ 2025, ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພົນຈັກຕະວາ ແປ້ນຄ້າ ບຸດຈັນແພງ ເລຂາພັກຄະນະບໍລິຫານງານພັກແຂວງບໍ່ແກ້ວ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ອົງການ, ສັດວິສາຫະກິດ ເຂົ້າຮ່ວມ.

ທ່ານ ຂັນທອງ ທໍາມະວົງ ຮອງປະທານຄະນະອົງການປົກຄອງແຂວງບໍ່ແກ້ວ ໄດ້ສະຫຼຸບຕີລາຄາຫຍໍ້ ກ່ຽວກັບການເຄື່ອນໄຫວວຽກ ງານອົງການປົກຄອງແຂວງ ໄລຍະ 5 ປີ (2021-2025) ຕິດພັນ ກັບການສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງ ແຜນການປະຈໍາປີ 2026 ໂດຍຫຍໍ້, ປີ2025 ໄດ້ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບການຈັດຕັ້ງປະຕິ ບັດວ່າລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໄປພ້ອມກັບການຈັດຕັ້ງ ປະຕິບັດການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ຄາດວ່າຈະປະຕິບັດໄດ້ ເກີນແຜນ ຫຼື ຢູ່ໃນລະດັບ 5,7%  ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 8,974,81ຕື້ກີບ ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 19.64 ລ້ານກີບ ຫຼື ເທົ່າກັບ 1,882.89 ໂດລາ/ຄົນ/ປີ ທຽບໃສ່ມະຕິສະພາຮັບຮອງປະຕິບັດໄດ້ 100%, ໃນນີ້ ລວມຍອດຜະລິດຕະພັນກະສິກຳ ແລະ ປ່າໄມ້ 4,040.98 ຕື້ກີບ ກວມ 45.03%, ລວມຍອດຜະລິດຕະພັນອຸດສາຫະກຳ 2,642.79 ຕື້ກີບ ກວມ 29.45%; ລວມຍອດ ຜະລິດຕະພັນການບໍລິການ 1,831.03 ຕື້ກີບ ກວມ 20.40% ແລະ ລວມຍອດຜະລິດຕະພັນພາສີ, ອາກອນ ສຸດທິ 460 ຕື້ກີບ, ເພີ່ມຂຶ້ນ 4.8% ກວມ 5.12%. ການຈັດເກັບລາຍຮັບລວມທັງພູດສູນກາງ ແລະ ທ້ອງຖິ່ນ ຮອດວັນທີ 18/12/2025 ປະຕິບັດໄດ້ 840,94 ຕື້ກີບ ເທົ່າກັບ 84,46% ຂອງແຜນການປີ, ລາຍຮັບພູດສູນກາງປະຕິບັດໄດ້ 578,72 ຕື້ກີບ ເທົ່າກັບ 89,21 % ຂອງແຜນການປີ, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 262,21 ຕື້ກີບ ເທົ່າກັບ 75,57% ຂອງແຜນການປີ, ດ້ານລາຍຈ່າຍ ປະຕິບັດໄດ້ 481,27 ຕື້ກີບ ເທົ່າກັບ 85,48% ຂອງແຜນການປີ.  ສາມາດປ່ອຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ໄດ້ທັງໝົດ 479,99 ຕື້ກີບ ທຽບໃສ່ມະຕິສະພາປະຕິບັໄດ້ 105,10% ແລະ ລະດົມເງິນຝາກໄດ້ທັງໝົດ 16.122,79 ຕື້ກີບ ເທົ່າກັບ 98,14%.

ກອງປະຊຸມຍັງໄດ້ຜ່ານທິດທາງແຜນການ 5 ປີ 2026-2030 ແລະ ທິດທາງແຜນການ 2026 ເພື່ອສືບຕໍ່ໃນການພັດທະນາພື້ນຖານໂຄງລາງດ້ານຕ່າງໆຂອງແຂວງແລະ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ປະກົດການຫຍໍ້ທໍ້ ຢູ່ແຂວງບໍ່ແກ້ວໃຫ້ຫຼຸດລົງຢ່າງຕໍ່ເນື່ອງໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍສະຫງົບປອດໄພ.

ພາບ-ຂ່າວ: ຄໍາເພັງ ສີສະຫວ່າງ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa