







ຕອນເຊົ້າຂອງວັນທີ 13 ພະຈິກ 2025ນີ້ ສະຫາຍ ຫວູ່ ຫງ໋ອກ ລີ່ ຫົວໜ້າສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຂົ້າພົບສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະນຳຂອງແຂວງທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ແລະ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຍົກໃຫ້ເຫັນດ້ານດີຜົນງານການນຳພາຂອງຄະນະບໍລິຫານງານພັກແຂວງ ແລະ ສິ່ງທ້າທາຍຕ່າງໆທີ່ຈະໄດ້ພ້ອມກັນຜ່ານຜ່າ. ແຂວງບໍ່ແກ້ວປະກອບມີ 5 ເມືອງ, 1 ເຂດເສດຖະກິດພິເສດ, ມີ 248 ບ້ານ, ມີ 38.448 ຄົວເຮືອນ ມີພົນລະເມືອງທັງໝົດ 270.952 ຄົນ,ຍິງ 104.925 ຄົນ, ມີ 13 ຊົນເຜົ່າ, ຄວາມໜາແໜ້ນຂອງພົນລະ ເມືອງສະເລ່ຍ 36 ຄົນຕໍ່ກິໂລຕາແມັດ. ດ້ານການພັດທະນາແຂວງບໍ່ແກ້ວ ໄດ້ວາງຢຸດທະສາດໃນການພັດທະນາເສດຖະກິດ-ສັງຄົມໂດຍເລັ່ງໃສ່ສ້າງແຂວງບໍ່ແກ້ວ ໃຫ້ມີການຂະຫຍາຍຕົວສີຂຽວຍືນຍົງ, ພັດທະນາການບໍລິການ, ການຂົນສົ່ງ, ການທ່ອງທ່ຽວທີ່ມີຄຸນນະພາບເຊື່ອມຕໍ່ລະຫວ່າງແຂວງພາກເໜືອຂອງຫວຽດນາມສ້າງ ແຂວງເປັນບ່ອນຜະລິດສິນຄ້າກະສິກໍາສະອາດ ເພື່ອສະໜອງການຊົມໃຊ້ພາຍໃນ ແລະ ສົ່ງອອກໄປຕ່າງ ປະເທດ, ສ້າງແຂວງເປັນບ່ອນຜະລິດກະແສໄຟຟ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ. ການລົງທຶນແມ່ນ ເລັ່ງໃສ່ການພັດທະນາດ້ານພື້ນຖານໂຄງລ່າງ, ການແກ້ໄຂຄວາມທຸກຍາກ ແລະ ຈັດສັນບ່ອນທໍາມາຫາກິນຂອງປະຊາຊົນ, ການລົງທຶນແມ່ນສຸມໃສ່ດ້ານກະສິກໍາ, ພະລັງງານໄຟຟ້າ, ອຸດສາຫະກໍາ-ການຄ້າ, ການທ່ອງທ່ຽວ, ການບໍລິການ ແລະ ອື່ນໆ.
ສະຫາຍ ຫວູ່ ຫງ໋ອກ ລີ່ ຫົວໜ້າສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນຫຼວງພະບາງໄດ້ລາຍງານຈຸດປະສົງກ່ຽວກັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວຄັ້ງນີ້ ເພື່ອເປັນການມາພົບປະ ແລະ ແລກປ່ຽນບົດຮຽນ, ທັງເປັນຕົວແທນໃຫ້ແກ່ປະຊາຊົນ ແລະ ນັກທຸລະກິດທຸກພາກສ່ວນຂອງຫວຽດນາມທີ່ຕ້ອງການຈະມາລົງທຶນ ເພື່ອການພັດທະນາຢູ່ແຂວງບໍ່ແກ້ວ ໂດຍສະເພາະແມ່ນການພັດທະນາທາງດ້ານ ອຸດສາຫະກຳ-ການປຸງແຕ່ງ,ການພັດທະນາກະສິກຳກໍ່ຄືການປູກ-ການລ້ຽງຜະລິດເປັນສິນຄ້າ,ດ້ານການຄ້າ-ການທ່ອງທ່ຽວ ແລະ ດ້ານຄົມມະນາຄົມ-ການຂົນສົ່ງສິນຄ້າຜ່ານແດນລະຫວ່າງປະເທດໃນການເຊື່ອມໂຍງທາງດ້ານເສດຖະກິດກັບອານຸພາກພື້ນ ກໍ່ຄືການຄັບເຄື່ອນເສດຖະກິດແບບຢືນຍົງ. ທັງເປັນການຍື້ຢາມຖາມຂ່າວຕໍ່ການນຳຂອງແຂວງ ເພື່ອຮັດແໜ້ນ ແລະ ຊຸກຍູ້ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ, ຕາມແນວທາງນະໂຍບາຍຂອງສອງພັກສອງລັດ ປະກອບສ່ວນເຂົ້າໃນການປົກປັກຮັກສາເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນແບບພິເສດ ລະຫວ່າງ ສອງປະເທດ ນັບມື້ເຂົ້າລ່ວງເລິກນຳເອົາຜົນປະໂຫຍດຕົວຈິງຫຼາຍຂຶ້ນກວ່າເກົ່າມາໃຫ້ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ຂ່າວ: ບຸນຈັນ ມະນີໄຊ. ວັນທີ 13 ພະຈິກ 2025.
ແອດມິນ: ທອງຈັນ ວົງປັນຍາ.



