ສະຫະພັນກຳມະບານແຂວງບໍ່ແກ້ວ ຈັດພິທິມອບ-ຮັບວຽກງານ ລະຫວ່າງ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ຜູ້ເກົ່າ ກັບ ຜູ້ໃໝ່.

ສະຫາຍນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ ຫົວໜ້າຄະ ນະຈັດຕັ້ງແຂວງ

ສະຫາຍ ແກ້ວລາ ນໍລະສິງ

ສະຫາຍນາງ ສຸ່ງ ແກ້ວ ໂພໄຊ ກຳມະການພັກແຂວງ

 

ສະຫະພັນກຳມະບານແຂວງບໍ່ແກ້ວ ໄດ້ຈັດພິທິມອບ-ຮັບວຽກງານ ລະຫວ່າງ ສະຫາຍນາງ ສຸ່ງ ແກ້ວ ໂພໄຊ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ ຜູ້ເກົ່າ ກັບ ສະຫາຍ ແກ້ວລາ ນໍລະສິງ ປະທານສະຫະພັນກຳມະບານແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນຕອນບ່າຍຂອງວັນທີ 19 ມັງກອນ 2026ນີ້ ທີ່ສະຫະພັນກຳມະບານແຂວງເຂົ້າຮ່ວມມີສະຫາຍນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ ຫົວໜ້າຄະ ນະຈັດຕັ້ງແຂວງ, ມີບັນດາແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກ ງານວິຊາການເຂົ້າຮ່ວມ.

ໃນພິທີສະຫາຍ ສອນເພັດ ອິນທະຈັກ ຄະນະບໍລິຫານງານສະຫະພັນກຳມະບານແຂວງ ຫົວໜ້າຂະ ແໜງຈັດຕັ້ງ-ກວດກາ ແລະ ຂະບວນການ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຍົກ ຍ້າຍບ່ອນປະຈຳການຂອງພະນັກງານ, ຄະນະປະພັກແຂວງຕົກລົງເຫັນດີຍົກຍ້າຍ ສະຫາຍນາງ ສຸ່ງ ແກ້ວໂພໄຊ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ ໄປຮັບໜ້າທີໃໝ່ ເປັນຫົວໜ້າຄະ ນະໂຄສະ ນາອົບຮົມແຂວງ, ຜ່ານມະຕິຕົກລົງ ວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງປະ ທານສະຫະພັນກຳມະບານແຂວງ ຄະນະປະຈຳພັກແຂວງ ເຫັນດີຕົກລົງ ຍົກຍ້າຍ-ແຕ່ງຕັ້ງສະຫາຍ ແກ້ວລາ ນໍລະສິງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄປຮັບໜ້າທີໃໝ່ ເປັນປະທານສະຫະພັນກຳມະບານແຂວງ ແລະ ຜ່ານມະຕິຕົກ ລົງ ວ່າດ້ວຍການຍົກຍ້ານ ແລະ ແຕ່ງຕັ້ງບົງຕົວ ເລຂາໜ່ວຍພັກສະຫະພັນກຳ ມະບານແຂວງ ຄະນະປະຈຳພັກແຂວງ ຕົກລົງເຫັນດີຍົກຍ້ານ ແລະ ແຕ່ງຕັ້ງບົງຕົວ ສະຫາຍ ແກ້ວລາ ນໍລະສິງ ປະທານສະຫະພັນກຳມະບານແຂວງ ເປັນເລຂາໜ່ວຍພັກສະຫະພັນກຳມະບານແຂວງ. ພ້ອມນັ້ນສະຫາຍນາງ ສຸ່ງ ແກ້ວໂພໄຊ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງຜູ້ເກົ່າ ໄດ້ຜ່ານບົດບັນທຶກການມອບ -ຮັບວຽກງານຮອບດ້ານໃຫ້ກັບປະທານສະຫະພັນກຳມະບານແຂວງຜູ້ໃໝ່ເປັນຜູ້ສືບຕໍ່ນຳພາຊີ້ນຳການຈັດຕັ້ງປະຕິບັດວຽກງານຮອບ ດ້ານໃນຕໍ່ໜ້າ. ຈາກນັ້ນໄດ້ລົງນາມເຊັນບົດບັນທຶກການມອບ-ຮັບໜ້າທີ ລະຫວ່າງ ສະຫາຍນາງ ສຸ່ງ ແກ້ວ ໂພໄຊ ກຳມະ ການພັກແຂວງ ປະທານສະຫະພັນກຳມະບານແຂວງ ຜູ້ເກົ່າ ກັບ ສະຫາຍ ແກ້ວລາ ນໍລະສິງ ປະ ທານສະຫະພັນກຳມະບານແຂວງ ຜູ້ໃໝ່ ໂດຍຊ່ອງໜ້າການນຳພັກ-ລັດ ແລະ ພະນັກງານວິຊາການ.

ສະຫາຍນາງ ສຸ່ງ ແກ້ວໂພໄຊ ໄດ້ມີຄຳເຫັນບາງບັນຫາຕໍ່ກັບການມອບ-ຮັບໜ້າທີໃນຄັ້ງນີ້ ຍ້ອນຄວາມ ຮຽກຮ້ອງຕ້ອງການຂອງໜ້າທີການເມືອງ, ການສັບ ຊ້ອນປ່ຽນໜ້າທີ ແລະ ບ່ອນປະຈຳການຂອງພະນັກງານ ນຳພາຄຸ້ມຄອງແມ່ນປົກ ກະຕິຂອງເຫດການການເມືອງ, ພ້ອມທັງໄດ້ເນັ້ນໜັກບາງບັນຫາໃຫ້ປະທານສະຫະ ພັນກຳມະບານແຂວງຜູ້ໃໝ່ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ພະນັກ ງານສະມາຊິກພັກ-ລັດຖະກອນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ,ເພີ່ມທະວີຄວາມເອົາໃຈໃສ່ແບບແຜນວິທີການເຮັດວຽກ, ແບບແຜນການນຳພາ, ເຮັດວຽກເປັນໝູ່ຄະນະ ລວມສູນປະຊາທິປະໄຕ ມອບວຽກໃຫ້ບຸກຄົນຮັບຜິດຊອບ, ການຈັດຕັ້ງປະຕິບັດວຽກ ງານຕ້ອງມີການສ່ອງແສງລາຍງານ ເພື່ອເຮັດສຳເລັດທຸກໜ້າທີວຽກງານທີ່ໄດ້ຮັບການມອບໝາຍສຳເລັດເປັນກ້າວໆ.

ຂຽນ: ບຸນຈັນ ມະນີໄຊ  ວັນທີ 20 ມັງກອນ 2026.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa