




ໃນຕອນເຊົ້າ ວັນທີ 25 ກຸມພາ 2026 ນີ້ ທີ່ສະໂມສອນເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ສະມາຊິກພັກອ້ອມຂ້າງເມືອງ ຕົ້ນເຜິ້ງ ໄດ້ຮັບຊົມ ແລະ ຮັບຟັງ ການຖ່າຍທອດສົດຈາກ ນະຄອນຫຼວງວຽງຈັນ ແບບທາງໄກ ກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເຂົ້້າຮ່ວມຮັບຊົມມີທ່ານ ອຸ່ນຄໍາ ທໍາມະເລີດ ເລຂາພັກເມືອງຕົ້ນເຜິ້ງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ອາດີດພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກສ-ປກຊ, ໂຮງໝໍ, ລັດວິສາຫະກິດ, ນາຍບ້ານ ຕະຫຼອດຮອດສະມາຊິກພັກບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ຜູ້ເຂົ້າຮ່ວມໄດ້ຮັບຊົມ ແລະ ຮັບຟັງ ການເຜີຍແຜ່ເນື້ອໃນຈິດໃຈສໍາຄັນຂອງ 03 ເອກະສານຄື: ໂຄງຮ່າງການເມືອງສະບັບເລກທີ 03 ຂອງພັກ, ຮ່າງລາຍງານການເມືອງສະບັບເລກທີ 03 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຂຶ້ນຜ່ານໂດຍ ທ່ານ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຈາກນັ້ນ ໄດ້ຮັບຟັງການເຜີຍແຜ່ເນື້ອໃນຈິດໃຈສໍາຄັນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ( 2026-2030 ) ຂຶ້ນຜ່ານໂດຍ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ຈາກນັ້ນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ໃຫ້ຮູ້ວ່າ: ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ເພື່ອແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນຈິດໃຈສໍາຄັນຂອງແນວທາງການເມືອງ ແລະ ແນວທາງການຈັດຕັ້ງທີ່ໄດ້ກໍານົດອອກ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງເປັນລະບົບ. ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນຈົ່ງພ້ອມກັນເຊື່ອມຊຶມ, ກໍາແໜ້ນເນື້ອໃນແນວທາງນະໂບຍາຍຂອງພັກ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງໃນທ້ອງຖິ່ນຕົນ, ສ້າງໃຫ້ໄດ້ແຜນດໍາເນີນງານ, ແຜນປະຕິບັດງານລະອຽດຂອງແຕ່ລະຂະແໜງການເປັນຕົ້ນແມ່ນ ແຜນວຽກ, ແຜນຄົນ, ແຜນງົບປະມານ, ຄວາມຮັບຜິດຊອບ, ກໍານົດໜ້າວຽກຊັດເຈນ, ແທດເໝາະກັບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດມີຮູບປະທໍາ, ຈົ່ງພ້ອມກັນຍູ້ແຮງຜັນຂະຫຍາຍການຈັດຕັ້ງປະຕິບັດຕົວຈິງດ ເຮັດໃຫ້ກາຍເປັນຂະບວນອັນກ້ວາງຂວາງຂອງມະຫາຊົນ ຂອງທົ່ວສັງຄົມ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະເທດຊາດ ແລະ ປະຊາຊົນ.
ພາບ-ຂ່າວ: ນ. ຈອມແສງ ແສນປະເສີດ.
ກວດ-ແກ້: ສ. ປັນຍາທອງ.
ຈາກ: ຄະນະໂຄສະນາອົບຮົມເມືອງຕົ້ນເຜິ້ງ.



