ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ປະທານສະພາປະຊາຊົນແຂວງບໍ່ແກ້ວ
ວັນທີ 9 ກັນຍາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງບໍ່ແກ້ວ ເປີດພິທີປະກາດການຈັດຕັ້ງ ຮອງປະທານສະພາປະຊາຊົນແຂວງ, ຮັກສາການເລຂາທິການ ແລະ ຮອງເລຂາທິການສະພາປະຊາຊົນ ແຂວງບໍ່ແກ້ວ ໂດຍການເປັນປະທານ ຂອງ ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ເຂົ້າຮ່ວມມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ ອ້ອມຂ້າງແຂວງ, ສອງກອງບັນຊາການ ປກຊ-ປກສ ແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດ ຕັ້ງມາຊົນ, ຄະນະນໍາເມືອງປາກທາ, ຫົວໜ້າ-ຮອງຫົວໜ້າຂະແໜງ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ນພິທີ ທ່ານ ພັອ. ຫຸມແພງ ອິນທະຈັກ ເລຂາຂາໜ່ວຍພັກ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ຮອງປະທານສະພາປະຊາຊົນ ແຂວງບໍ່ແກ້ວ ໄດ້ຜ່ານມະຕິດັ່ງນີ້:
- ຜ່ານມະຄະນະປະຈໍາສະພາປະ ຊາຊົນແຂວງ ສະບັບເລກທີ 82/ຄປຈຂ, ລົງວັນທີ 1 ກັນຍາ 2025 ວ່າດ້ວຍການຮັບຮອງ ເອົາການເລືອກຕັ້ງຮອງປະທານສະພາປະຊາຊົນ ແຂວງບໍ່ແກ້ວ ເຊິ່ງເຫັນດີຮັບຮອງເລືອກຕັ້ງ ທ່ານ ຄໍາຈັນ ອິນທະຈັກ ຮອງເລຂາພັກເມືອງ, ຮັກສາການປະທານຄະນະກໍາມະການປົກຄອງເມືອງປາກທາ ເປັນຮອງປະທານສະພາປະຊາຊົນແຂວງ ທັງເປັນຮອງປະທານຄະນະປະຈໍາສະພາປະຊາຊົນ ແຂວງບໍ່ແກ້ວ;
- ຜ່ານມະຕິຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 80/ຄປຈຂ, ລົງວັນທີ 1 ກັນຍາ 2025 ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງປະທານຄະນະກໍາມະການປົກຄອງເມືອງປາກທາ ເຊິ່ງເຫັນດີແຕ່ງຕັ້ງ ທ່ານ ບຸນພັດ ສີສົມບັດ ຄະນະປະຈໍາສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງບໍ່ແກ້ວ ເປັນປະທານຄະນະກໍາມະການປົກຄອງເມືອງປາກທາ;
- ຜ່ານມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 84/ຄປຈຂ, ລົງວັນທີ 8 ກັນຍາ 2025 ວ່າດ້ວຍການແຕ່ງຕັ້ງ ຮັກສາການເລຂາທິການສະພາປະຊາຊົນແຂວງບໍ່ແກ້ວ ເຊິ່ງໄດ້ແຕ່ງຕັ້ງ ທ່ານ ບົວຮອງ ແກ້ວສຸບັນ ຮອງເລຂາທິການສະພາປະຊາຊົນແຂວງ ເປັນຜູ້ຮັກສາການເລຂາທິການສະພາປະຊາຊົນ ແຂວງບໍ່ແກ້ວ;
- ຜ່ານມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 85/ຄປຈຂ, ລົງວັນທີ 8 ກັນຍາ 2025 ວ່າດ້ວຍການແຕ່ງຕັ້ງຮອງເລຂາທິການສະພາປະຊາຊົນແຂວງ ເຊິ່ງໄດ້ແຕ່ງຕັ້ງ ທ່ານ ໄຊວາງ ຈູຈົ່ງ ຫົວໜ້າຂະ ແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານ ເປັນຮອງເລຂາທິການສະພາປະຊາຊົນແຂວງບໍ່ແກ້ວ.
ຈາກນັ້ນ, ປະທານພິທີໄດ້ມອບມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ໃຫ້ແກ່ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມກັນນັ້ນ ກໍໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາທິການສະພາປະຊາຊົນແຂວງ ຜູ້ເກົ່າ ແລະ ຮັກສາການເລຂາທິການສະພາປະຊາຊົນແຂວງຜູ້ໃໝ່ ພາຍໃຕ້ການເປັນສັກຂີພະຍານ ຂອງບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ ແລະ ແຂກຖືກເຊີນທີ່ເຂົ້າຮ່ວມພິທີດັ່ງກ່າວ.
ທ່ານ ຈອມສີ ລັດຕະນະປັນ ປະທານພິທີ ໄດ້ມີຄໍາເຫັນຊີ້ນຳບາງບັນຫາ ຕໍ່ບັນດາທ່ານທີ່ໄດ້ຮັບຕໍາແໜ່ງໃໝ່ ເປັນຕົ້ນ: ການປັບປຸງການຈັດຕັ້ງ, ການແຕ່ງຕັ້ງ ຫຼື ການສັບປ່ຽນໜ້າທີ່ບ່ອນປະຈໍາການ ຂອງພະນັກງານນໍາພາ-ຄຸ້ມຄອງ ແມ່ນການປະຕິບັດຕາມຫຼັກການນໍາພາ ຂອງພັກ, ການຄຸ້ມຄອງບໍລິຫານວຽກງານ ຂອງລັດ, ເຊິ່ງເປັນວຽກປົກກະຕິຂອງພັກ ແລະ ລັດ; ການປັບປຸງສັບຊ້ອນ, ແຕ່ງຕັ້ງ ຄັ້ງນີ້ ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ອີງໃສ່ຜົນງານ, ບົດຮຽນ ແລະ ປະສົບປະການຂອງບັນດາທ່ານທີ່ຖືກແຕ່ງຕັ້ງ, ສັບຊ້ອນ ໃຫ້ສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າ, ຮອບດ້ານ ແລະ ຊອກຮູ້ຮໍ່າຮຽນແນວທາງນະໂຍບາຍ ຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການ ຂອງລັດ; ຮຽນຮູ້ຈາກຜູ້ມີປະສົບການວຽກງານຕົວຈິງ; ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ, ເພີ່ມທະວີທັດສະນະຫຼັກໝັ້ນການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ເຮັດສໍາເລັດໜ້າທີ່ການເມືອງຕາມການມອບໝາຍຂອງຂັ້ນເທິງ ຈາກນັ້ນ ທ່ານ ຄໍາຈັນ ອິນທະຈັກ ຮອງປະທານສະພາປະຊາຊົນແຂວງ ຜູ້ໃໝ່ ໄດ້ກ່າວຮັບຄໍາໂອວາດ ຈາກຄະນະພັກຂັ້ນເທິງ ແລະ ພິທີດັ່ງກ່າວກໍສິ້ນສຸດລົງ.
ກວດແກ້: ຈ. ຈັນທະລິດ
ພາບ-ຂ່າວ: ນັກຂ່າວ ສະພາປະຊາຊົນແຂວງ
ແອດມິນ: ທອງຈັນ ວົງປັນຍາ