ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກພະນັກງານ
ທ່ານ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ
ທ່ານ ສິນໄຊ ສີລິປັນຍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ
ພິທີມອບ-ຮັບວຽກງານສື່ມວນຊົນ( ວຽກງານຖະແຫຼງຂ່າວ )ຈາກພະແນກວັດທະນະທຳ ແລະ ການ ທ່ອງທ່ຽວໄປຂຶ້້ນກັບຄະນະໂຄສະນາອົບຮົມແຂວງບໍ່ແກ້ວ. ໄດ້ຈັດຂຶ້ນວັນທີ 21 ສິງຫາ 2025 ນີ້ທີ່ຫໍວັດທະນະທຳແຂວງ, ເປັນກຽດເຂົ້າຮ່ວມເປັນປະທານພິທີຂອງ ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກພະນັກງານ, ມີບັນດາຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ, ແຂກຮັບເຊີນຈາກພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ທ່ານ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ ຫົວໜ້າຄະນະໂຄສະາອົບຮົມແຂວງໄດ້ລາຍກ່ຽວກັບການກະກຽມປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມແຂວງ, ດ້ານຄວາມພ້ອມພາຍຫຼັງໄດ້ຮັບຄຳແນະນຳຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ ດັ່ງນັ້ນຈຶ່ງໄດ້ເຮັດຮ່າງເອກະສານຕ່າງໆ ກ່ຽວກັບການມອບ-ຮັບ, ໂອນບັນດາໜ້າວຽກສື່ມວນຊົນ ແລະ ບຸກຄະລາກອນມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ, ປັບປຸງພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງໂດຍເພີ່ມວຽກງານຂະແໜງສື່ມວນຊົນ, ຮັບປະກັນໃຫ້ມີຄວາມເຂັ້ມແຂງຂອງວຽກງານແກ້ໄຂຂອດຂັ້ນທີ່ບໍ່ຈຳເປັນ ເຮັດໃຫ້ການແກ້ໄຂວຽກມີຄວາມວ່ອງໄວ ທັນການ ເພື່ອປະຕິບັດຫຼັກການຄຸ້ມຄອງວຽກງານລວມສູນການຈັດຕັ້ງ ລວມສູນການນຳພາ, ລວມສູນການຄຸ້ມຄອງຊີ້ນຳ, ລວມສູນການຄຸ້ມຄອງດ້ານການເງິນ-ງົບປະມານຢ່າງປະຢັດມັດທະຍັດ. ຈາກນັ້ນທ່ານ ສິນໄຊ ສິລິປັນຍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍ່ແກ້ວ ວ່າດ້ວຍການຍົກຍ້າຍພະນັກງານພະແນກຖະແຫຼງຂ່າວ, ວັທະນະທຳ ແລະ ທ່ອງທ່ຽວມາຢູ່ຄະນະໂຄສະນາອົບຮົມແຂວງ ຈຳນວນ 16 ທ່ານ, ຍິງ 4 ທ່ານ, ຜ່ານຂໍ້ຕົກລົງແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງຂອງຄະນະໂຄສະນາອົບຮົມແຂວງ ຈຳນວນ 16 ທ່ານ, ຍິງ 3 ທ່ານ, ຜ່ານຂໍ້ຕົກລົງຍົກຍ້າຍພະນັກງານຄະນະຈັດຕັ້ງແຂວງມາຢູ່ຄະນະໂຄສະນາອົບຮົມແຂວງ 1 ທ່ານ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງບົງຕົວ ຮອງເລຂາ ແລະ ກຳມະການໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຄະນະປະຈຳພັກແຂວງ ຕົກລົງແຕ່ງຕັ້ງສະຫາຍ ພຸດສະຫວັນ ວົງໄຊ ເປັນຮອງເລຂາໜ່ວຍພັກ, ສະຫາຍ ສົມສັກ ວຽງວິໄລ ເປັນກຳມະການໜ່ວຍພັກ.
ໂອກາດນີ້ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກພະນັກງານໄດ້ມີຄຳເຫັນໂອ້ລົມວ່າ: ການປັບປຸງລະບົບການຈັດຕັ້ງແມ່ນວຽກປົກກະຕິຕໍ່ວຽກງານການເມືອງ, ການມອບໂອນບັນດາໜ້າວຽກກໍ່ແມ່ນວຽກໜຶ່ງທີ່ສຳຄັນ ເພື່ອໃຫ້ຖືກຕ້ອງສອດຄອງກັບພາລະບົດບາດ ແລະ ໃຫ້ເໝາະສົມກັບໜ້າວຽກຕົວຈິງກ, ດັ່ງນັ້ນການມອບ-ຮັບວຽກງານສື່ມວນຊົນ( ວຽກງານຖະແຫຼງຂ່າວ )ຄັ້ງນີ້ກໍ່ແມ່ນປະຕິບັດຕາມແນວທາງຂອງພັກ ແລະ ໄດ້ຮຽກຮ້ອງໃຫ້ພະນັກງານສະມາຊິກພັກ-ລັດຖະກອນທຸກສະຫາຍຕ້ອງມີຄວາມອຸ່ນອ່ຽງທຸ່ນທ່ຽງ ເຊື້ອໝັ້ນຕໍ່ການນຳພາຂອງພັກ, ການຊີ້ນຳຂອງລັດຢ່າງແທ້ຈິງ, ເຮັດສຳເລັດທຸກວຽກງານທີ່ຂັ້ນເທິ່ງໄດ້ມອບໝາຍຢ່າງຕັ້ງໜ້າ.
ພາບຖ່າຍ ແລະ ບົດຂ່າວ: ສອນຫຼ້າ ລີໄຊຢາງ
ແອັດມິນ: ທອງຈັນ ວົງປັນຍາ