ພິທີ ມອບ-ຮັບ ໜ້າທີ່ຫົວໜ້າຄະນະປະສານກງານ ປກຊ ເຂດເສດຖະກິດພິເສດສາມຫຼຽມຄຳແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2026, ທີ່ສະໂມສອນຂອງກອງຮ້ອຍ 13 ປ້ອງກັນອາກາດ ທະຫານແຂວງບໍ່ແກ້ວ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼຽມຄຳ, ມີພະແນກການທີ່ກ່ຽວຂ້ອງ, ແຂກຖືກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍກາຍແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍຕົກລົງ ຖອນ ສະຫາຍ ພັນໂທ ຊ່ອງແກ້ວ ສົມມະສັກ ຫົວໜ້າຄະນະປະສານກງານ ປກຊ ເຂດເສດຖະກິດພິເສດສາມຫຼຽມຄຳ ກັບຄືນ ຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ເພີນຈະເລີນໄຊ ວົງໝື່ນກ້າ ເປັນຫົວໜ້າຄະນະປະສານກງານ ປກຊ ເຂດເສດຖະກິດພິເສດສາມຫຼຽມຄຳ. ພ້ອມທັງເຊັນບົດບັນທຶກມອບ-ຮັບລະຫວ່າງ ຫົວໜ້າຄະນະກຳມະການ ປກຊ ເຂດເສດຖະກິດພິເສດສາມຫຼຽມຄຳ ຜູ້ເກົ່າ ແລະ ຜູ້ໃໝ່ ຕື່ມອີກ.
ໂອກາດນີ້ສະຫາຍປະທານພິທີໄດ້ມີຄຳເຫັນໂອ້ລົມກ່ອນອ່ືນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໜ້າທີ່ຂອງສະຫາຍຫົວໜ້າຄະນະກຳມະການ ປກຊ ເຂດເສດຖະກິດພິເສດສາມຫຼຽມຄຳ (ຜູ້ເກົ່າ) ທີ່ຍາດໄດ້ໃນໄລຍະຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ສະຫາຍ ຜູ້ທີ່ມາຮັບໜ້າທີ່ໃໝ່ ເອົາໃຈໃສ່ສືບຕໍ່ນຳພາ-ຊີ້ນຳ ວຽກງານໃຫ້ມີບາດກ້າວເຕີບໃຫຍ່ເຂັ້ມແຂງໜັກແໜ້ນ, ອຸທິດເຫຼື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນການປະຕິບັດໜ້າວຽກງານ ກໍຄືການປ້ອງກັນ ແລະ ເຮັດໃຫ້ສະພາບພາຍໃນເຂດເສດຖະກິດພິເສດສາມຫຼຽມຄຳໃຫ້ມີຄວາມສະຫງົບການ ແລະ ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ນັບມື້ເຂັ້ມແຂງທັນສະໄໝ, ສືບຕໍ່ປະຕິບັດໜ້າທີ່ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນສຳຄັນ, ເຮັດໃຫ້ພະນັກງານ-ນັກຮົບກຳໄດ້ເຖິງແນວທາງຂອງພັກ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ເຊີດຊູບົດບາດຄວາມເປັນແບບຢ່າງໃຫ້ສະມາຊິກພັກ-ພະນັກງານຢ່າງຮອບດ້ານ ເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ແລະ ເຮັດໜ້າທີ່ວຽກງານໃຫ້ມີຜົນສຳເລັດສູງຂຶ້ນຢ່າງບໍ່ຢຸດຢັ້ງ.





ຂ່າວໂດຍ: ພາກ ສຸທິປັນຍາ



