ພິທີ ມອບ-ຮັບ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່

ທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ແຂວງບໍ່ແກ້ວ

ທ່ານ ສົມພອນ ອິນຕະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ( ຜູ້ເກົ່າ )

ພິທີ ເຊັນມອບ-ຮັບ ໜ້າທີ່

ທ່ານ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາ ( ຜູ້ໃໝ່ )

 

ຕອນແລງຂອງວັນທີ 19 ມີຖຸນາ 2025 ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ຈັດພິທີ ມອບ-ຮັບ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍເປັນປະທານຂອງ ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ, ທ່ານ ສົມພອນ ອິນຕະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ( ຜູ້ເກົ່າ ), ທ່ານ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ( ຜູ້ໃໝ່ ).

ໃນພິທີ ທ່ານ ສົມພອນ ອິນຕະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ( ຜູ້ເກົ່າ ) ໄດ້ລາຍງານຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ແລະ ທິດທາງແຜນການສືບຕໍ່ໃນຕໍ່ໜ້າ ແລະ ພິທີດັ່ງກ່າວຍັງໄດ້ປະກາດ ພະນັກງານຂັ້ນນໍາພາເຂົ້າຮັບອຸດໜູນບຳນານຄື:  ທ່ານ ສົມພອນ ອິນຕະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົົ່າ, ທ່ານ ສີໂພໄຊ ວິຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ເຊິ່ງມີຄະນະພັກ, ແຂກຖືກເຊີນ, ສະມາຊິກພັກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 06 ທ່ານ.

ໃນຕອນທ້າຍ, ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ໄດ້ມີຄຳເຫັນໂອ້ລົມ ຍ້ອງຍໍຍົມເຊີຍຕໍ່ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງຜູ້ເກົ່າ-ຜູ້ໃໝ່ ແລະ ຜູ້ທີ່ເຂົ້າຮັບອຸດໜູນບຳນານທີ່ໄດ້ປະກອບສ່ວນໃນການສ້າງສາພັດທະນາແຂວງບໍ່ແກ້ວ ໃນໄລຍະຜ່ານມາ ແລະ ການຜັດປ່ຽນໜ້າທີ່ຕໍາແໜ່ງ, ການພັກຜ່ອນອຸດໜູນບໍານານແມ່ນຫຼັກການຂອງພັກທີ່ຕ້ອງໄດ້ປະຕິບັດມາຕະຫຼອດໄລຍະແຕ່ປົດປ່ອຍຈົນເຖິງປັດຈຸບັນ.

         ແອັດມິນ: ທອງຈັນ ວົງປັນຍາ

        ຂຽນຂ່າວ: ອຸດົມພອນ ສີລິພວງ

        ກວດແກ້: ກົງເພັດ ຈັນສະຫວ່າງ

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa