ໃນ ຕອນເຊົ້າຂອງວັນທີ 15 ກໍລະກົດ 2025 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດພິທີຮຽນ ສະໜັບສະໜູນໃຫ້ແກ່ ມະຫາຊົນກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ພິທີດັ່ງກ່າວໄດ້ເປີດຂື້ນໃນວັນທີ 15 ກໍລະກົດ ແລະ ປິດລົງໃນວັນທີ 16 ກໍລະກົດ 2025. ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ສະຫາຍ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຊຸດຝຶກຮຽນ 3 ສະຫາຍ ແລະ ມະຫາຊົນກ້າວໜ້າ 8 ສະຫາຍ, ຍິງ 3 ສະຫາຍ ລວມຜູ້ເຂົ້າຮ່ວມທັງໝົດ 13 ສະຫາຍ, 4 ສະຫາຍ.
ການຮຽນສະໜັບສະໜູນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມຮັບຮູ້ພື້ນຖານໃຫ້ແກ່ມະຫາຊົນກ້າວໜ້າ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນ ປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມະຫາຊົນກ້າວໜ້າທີ່ຈະເຂົ້າເປັນສະມາຊິກພັກ.
ເອກະສານທີ່ນຳມາອົບຮົມໃນຄັ້ງນີ້ປະກອບມີ 13 ຄຳຖາມ 13 ຄຳຕອບ ຄື: ພັກການເມືອງແມ່ນຫຍັງ ແລະ ເປັນຫຍັງຈື່ງຕ້ອງມີພັກການເມືອງ, ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນຄືແນວໃດ, ພັກປະຊາຊົນ ປະຕິວັດລາວ ແມ່ນພັກແນວໃດ, ພັກປະຊາຊົນ ປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່, ພັກປະຊາຊົນ ປະຕິວັດລາວ ມີລະບົບສາຍໃຍການຈັດຕັ້ງຄືແນວໃດ, ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນແນວໃດ, ພັກປະຊາຊົນປະຕິວັດລາວ ມີວັດຖຸປະສົົງ ແລະ ອຸດົມການຄືແນວໃດ ແລະ ອື່ນໆ.
ຜ່ານບັ້ນການຮຽນ-ການສອນ ຂອງຄະນະຮັບຜິດຊອບຊຸດອົບຮົມໃນຄັ້ງນີ້ ເຫັນວ່າມະຫາຊົນກໍ່ໄດ້ມີຄວາມຕັ້ງໜ້າເອົາໃຈໃສ່ໃນການຮຽນຮູ້, ແລກປ່ຽນຄຳຄິດຄຳເຫັນ ແລະ ສົນທະນາໃນຫົວຂໍ້ຕ່າງໆ ເຊິ່ງສາມາດຕີລາຄາຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຂອງມະຫາຊົນ ແຕ່ລະສະຫາຍໄດ້ 95% ຂື້ນໄປ.
ໃນ ພິທີປິດຊຸດຮຽນ ສະຫາຍ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ປະທານພິທີ. ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ້ມະຫາຊົນຜູ້ກ້າວໜ້າ. ທີ່ໄດ້ຜ່ານຮຽນ ພ້ອມນັ້ນກໍ່ໄດ້ໃຫ້ຄຳເຫັນເນັ້ນໜັກຕື່ມວ່າ: ການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນຂອງພັກ ແມ່້ນໜ້າທີ່ຂອງມະຫາຊົນ ທີ່ຈະຕ້ອງໄດ້ສືບຕໍ່ບຸກບືນຝຶກຝົນຕົນເອງ. ໃນນັ້ນແມ່ນຕ້ອງປະຕິບັດລະບຽບລັດຖະກອນ, ປະຕິບັດໜ້າທີ່ວິຊາສະເພາະ, ເຮັດວຽກອື່ນໆ ຕາມການມອບໝາຍຂອງ ຫົວໜ້າອົງການຂອງຕົນ ແລະ ກຳແໜ້ນບັນດາບົດຮຽນ, ຫຼັກການ ແລະ ບົດຮຽນຂອງພັກ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ສ້າງເງື່ອນໄຂໃຫ້ໄດ້ເຂົ້າຮຽນກົດລະບຽບພັກໃນຂັ້ນຖັດໄປ.
ສະຫາຍ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ