



ວັນທີ 20 ກັນຍາ 2025 ນີ້, ທີ່ບ້ານປ່າສັກ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ຮັກສາການເຈົ້າແຂວງບໍ່ແກ້ວ, ມີ ທ່ານ ຄຳແຍງ ຄອນໄຊຍະກິດ ກຳມະການພັກແຂວງ ເລຂາພັກເມືອງ ຕົ້ນເຜິ້ງ, ມີການນໍາຂັ້ນແຂວງ – ເມືອງ, ຂະແໜງການກ່ຽວຂ້ອງ, ຜູ້ປະສານງານໂຄງການ, ບໍລິສັດຜູ້ຮັບເໝົາໂຄງການ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ເສັງຈິວ ແຊ່ຈ່າວ ຜູ້ປະສານງານໂຄງການ ໄດ້ລາຍງານຄວາມເປັນມາຂອງໂຄງການ ເຊິ່ງໃຫ້ຮູ້ວ່າ: ດັ່ງທີ່ຮູ້ແລ້ວວ່າເສັ້ນທາງເລກທີ 2240 ຈາກບ້ານນໍ້າແງ້ນ – ບ້ານປ່າສັກ, ເປັນເສັ້ນທາງ ຊົນນະບົດ ເຊິ່ງເປັນເສັ້ນທາງສັນຈອນຂອງປະຊາຊົນພາຍໃນກຸ່ມບ້ານກໍ່ສ້າງ ແລະ ບ້ານໄກ້ຄຽງຈຳນວນ 10 ບ້ານ, ມີ 1.436 ຫຼັງຄາເຮືອນ, ຈໍານວນປະຊາກອນ 8.381 ຄົນ, ຍິງ 4.172 ຄົນ, ຊຶ່ງໃນແຕ່ລະປີ ແມ່ນໄດ້ເສຍທຶນຮອນໃນການບູລະນະປົກປັກຮັກສາເປັນຈຳນວນຫຼວງຫຼາຍ, ແຕ່ກໍ່ພໍແກ້ໄຂຕາມສະພາບທີ່ທຽວໄປ-ມາໄດ້ເທົ່ານັ້ນ, ມາຮອດເດືອນ ກໍລະກົດ ປີ 2025 ທ່ານ ເສັງຈິວ ແຊ່ຈ່າວໄດ້ສະເໜີຂໍທຶນກໍ່ສ້າງເສັ້ນທາງປູຢາງສອງຊັ້ນຈາກ ບ້ານນໍ້າແງັນ ຄຸ້ມດອນແກ້ວ ຫາ ບ້ານປ່າສັກ ຄຸ້ມໃໝ່ພັດທະນາ ຈາກທ່ານເສັງຢຽນ ແຊ່ຜ່ານ ເຊື້ອຊາດລາວ ສັນຊາດອາເມຣິກາ ທີ່ຢູ່ເມືອງພອດແລນ ສ. ອາເມລິກາ ແລະ ທ່ານເສັງຢຽນ ແຊ່ຜ່ານ ກໍ່ໄດ້ຕອບຕົກລົງ ແລະ ແຈ້ງເຈດຈຳນົງວ່າຈະຊ່ວຍກໍ່ສ້າງເສັ້ນທາງດັ່ງກ່າວ ໂດຍມອບໃຫ້ທ່ານ ເສັງຈິວ ແຊ່ຈ່າວ ເປັນຕົວແທນ ໃນການປະສານງານ ແລະ ດໍາເນີນການທຸກຢ່າງ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ເພື່ອຕອບແທນບຸນຄຸນຂອງປະເທດຊາດບ້ານເກີດເມືອງນອນອັນເປັນມາຕຸພູມ ຍ້ອນຄວາມຄິດຮອດ ແລະ ຮັກຫອມໃນບ້ານເກີດເມືອງນອນຂອງຕົນເອງ, ເປັນການຕອບແທນຍາດຕິພີ່ນ້ອງທີ່ໄດ້ເບິ່ງແຍງອຸ້ມຊູໃນໄລຍະທີ່ຍັງຢູ່ລາວ ໂດຍສະເພາະແມ່ນຢູ່ບ້ານກໍ່ສ້າງ ແລະ ບ້ານປ່າສັກ. ນອກຈາກນັ້ນ, ທ່ານ ເສັງຢຽນ ແຊ່ຜ່ານ ຍັງໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງພາຍໃນປະເທດລາວຫຼາຍແຫ່ງເປັນຕົ້ນໂຄງການ ກໍ່ສ້າງໂຮງຮຽນປະຖົມ ບ້ານພູດອນທານ ເມືອງສິງ ແຂວງຫຼວງນໍ້າທາ, ໂຄງການກໍ່ສ້າງໂຮງຮຽນ ມສ ບ້ານນໍ້າຮອນ ເມືອງໝື່ນ ແຂວງວຽງຈັນ ຊຶ່ງທັງສອງໂຄງການສໍາເລັດແລ້ວ ສ່ວນແຫຼ່ງທຶນໃນການຊ່ວຍເຫຼືອໃນຄັ້ງນີ້ໃນເດືອນ ເມສາ ປີ 2024 ທ່ານ ເສັງຢຽນ ແຊ່ຜ່ານ ໄດ້ຊື້ຫວຍຂອງລັດຖະບານ ສ. ອາເມຣິກາ ແລະ ໄດ້ຖືກລາງວັນຈໍານວນ 1.300 ລ້ານໂດລາສະຫະລັດ. ດັ່ງນັ້ຈຶ່ງມອບໃຫ້ ທ່ານ ເສັງຈິວ ແຊ່ຈ່າວ ເປັນຕົວແທນມອບທຶນຊ່ວຍເຫຼືອລ້າ ໃນການກໍ່ສ້າງເສັ້ນທາງປູຢາງສອງຊັ້ນຈາກບ້ານນໍ້າແງ້ນ ຄຸ້ມດ ຄຸ້ມໃໝ່ພັດທະນາ ຈໍານວນເງິນ 400.000 ໂດລາສະຫະລັດ ໃຫ້ແກ່ລັດຖະບານ ກໍ່ຄືອົງການປົກຄອງ ເມືອງຕົ້ນເຜິ້ງ ເພື່ອສ້າງສາພັດທະນາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ ເຊິ່ງເສັ້ນທາງດັ່ງກ່າວມີໄລຍະທາງ 10.5 ກິໂລແມັດ, ກວ້າງ 7 ແມັດ, ປູໜ້າທາງ 5 ແມັດ 8.602.400.000 ກີບ. ພ້ອມນັ້ນ, ທ່ານ ເສັງຈິງ ແຊ່ຈ່າວຍັງໄດ້ສະແດງຄວາມຂອບໃຈມາຍັງການນໍາ ເມືອງຕົ້ນເຜິ້ງ ແລະ ຂະແໜງການກ່ຽວຂ້ອງທີ່ໄດ້ອຳນວຍຄວາມສະດວກດ້ານຕ່າງໆ ເປັນຕົ້ນ: ການດໍາເນີນການດ້ານເອກະສານຕ່າງໆ, ການສໍາຫຼວດ – ອອກແບບ ແລະ ຄິດໄລ່ປະເມີນມູນຄ່າ ຈົນໄດ້ຮັບການຕົກລົງໃຫ້ກໍ່ສ້າງເສັ້ນທາງໄດ້.
ໂອກາດນີ້, ທ່ານ ອຸ່ນຄຳ ທຳມະເລີດ ຮອງເລຂາພັກເມືອງ ປະທານອົງການປົກຄອງເມືອງ ຕົ້ນເຜິ້ງ ໄດ້ຕາງໜ້າໃຫ້ແກ່ການນໍາແຂວງ – ເມືອງ ໄດ້ກ່າວຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນບໍລິສັດຜູ້ຮັບເໝົາໂຄງການເອົາໃຈໃສ່ຈັດຕັ້ງກໍ່ສ້າງເສັ້ນທາງດັ່ງກ່າວຕາມແຜນ ແລະ ເຕັກນິກວິຊາການ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວເປັນເສັ້ນທາງທີ່ໄດ້ມາດຕະຖານ ແລະ ນໍາໃຊ້ໄດ້ຍາວນານ. ຈາກນັ້ນ, ປະທານ, ການນໍາແຂວງ – ເມືອງ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມ ກໍ່ໄດ້ຮ່ວມປ່ອຍປຸ່ນເປົ້າ ເພື່ອເປັນສັກສີພິຍານຕໍ່ການເປີດໂຄງການດັ່ງກ່າວ ຢ່າງເປັນທາງການ.
ຂ່າວ-ພາບ: ອຸໄທ ພູມມາ
ກວດແກ້: ມະນິດ ແກ້ວວົງເພັດ
ແອດມິນ: ທອງຈັນ ວົງປັນຍາ



