ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ( 7 ຕຸລາ 1994-7 ຕຸລາ 2024 ) ແຂວງ ບໍ່ແກ່ວ.

ໃນຕອນເຊົ້າຂອງວັນທີ 7 ຕຸລາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ( 7 ຕຸລາ 1994-7 ຕຸລາ 2024 ) ຂື້ນຢູ່ຫໍວັດທະນະທຳແຂວງບໍ່ແກ້ວ. ໂດຍການເຂົ້າຮ່ວມເປັນປະທານພິທີ ຂອງ ທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງບໍ່ແກ້ວ, ມີບັນດາ ຄະນະປະຈໍາພັກແຂວງ-ກໍາມະການພັກແຂວງ ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ພະນັກງານອາວຸໂສບໍານານ (ຄູ-ອາຈານ), ຄູ-ອາຈານໂຮງຮຽນໃນເທດສະບານແຂວງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼອດ ແລະ ນ້ອງນັກຮຽນເຂົ້າຮ່ວມພິທີດັ່ງກ່າວ.

ໃນພິທີ ໄດ້ຫວນຄືນມູນເຊື້ອ ຕົ້ນກໍາເນີດ ແລະ ຄວາມເປັນມາຂອງວັນຄູແຫ່ງຊາດ, ໃນໂອກາດນີ້ ໄດ້ຍ້ອງຍໍຊົມເຊີຍ ບັນດາຄູ-ອາຈານທົ່ວແຂວງບໍ່ແກ້ວ ທີ່ມີນ້ຳໃຈເສຍສະຫຼະ ເພື່ອການພັດທະນາແຂວງບໍ່ແກ້ວ ດ້ານການສຶກສາ ເຖິງວ່າບາງໂຮງຮຽນຈະຢູ່ຫ່າງໄກສອກຫຼີກ ແຕ່ບັນດາຄູອາຈານ ກໍ່ມີຄວາມຕັ້ງໃຈ ແລະ ມີຄວາມຕັດສິນໃຈສູງ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ພ້ອມທັງມີຄໍາເຫັນເໜັ້ນໜັກໃຫ້ ມີຄວາມເອົາໃຈໃສ່ໃນການຂະຫຍາຍຕາໜ່າງ ຄູ-ອາຈານ ໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຕ້ານ ແລະ ຈໍາກັດ ການປະລະການສິດສອນ-ການລາອອກຈາກການຈັດຕັ້ງຂອງຄູທີ່ຢູ່ຫ່າງໄກສອກຫຼີກ.

ໃນພິທີສະເຫຼີມສະຫຼອງນີ້ ໄດ້ມີການສະແດງ ສິນລະປະ ວັນນະຄະດີ ຂອງນ້ອງນ້ອຍນັກຮຽນ ຈາກບັນດາໂຮງຮຽນໃນເທດສະບານແຂວງ ພ້ອມທັງມີການມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານ ແລະ ມອບຂອງຂັວນໃຫ້ແກ່ ພະນັກງານຄູ-ອາຈານ ທີ່ເຂົ້າຮັບບໍານານ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa