ສະຫາຍ ສົມພອນ ແກ້ວມະນີ
ໃນ ຕອນບ່າຍ ເວລາ 13:00 ໂມງ ຂອງວັນທີ 9 ກໍລະກົດ 2025. ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມແຂວງ ໄດ້ມີພິທີປະກາດການຈັດຕັ້ງຂອງ ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ. ມີບັນດາແຂກຕາງໜ້າຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ພະແນກພາຍໃນ, ໂຮງຮຽນການເມືອງ-ການປົກຄອງແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ, ພະນັກງານພະແນກຖະແຫຼງຂ່າວ, ວັດຖະນະທຳ ແລະ ທ່ອງທ່ຽວແຂວງ.
ໃນ ພິທີດັ່ງກ່າວ ສະຫາຍ ສິນໄຊ ສີລິປັນຍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມະຕິຕົກລົງ ແຕ່ງຕັ້ງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ກົງເພັດ ຈັນສະຫວ່າງ ຫົວໜ້າຂະແໜງສັງລວງມຂໍ້ມູນຂ່າວສານ, ສະຫາຍ ພຸດສະຫວັນ ວົງໄຊ ຫົວໜ້າຂະແໜງໂຄສະນາ ແລະ ສະຫາຍ ສົມສັກ ວຽງວິໄລ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດຖະນະທຳ ແລະ ທ່ອງທ່ຽວແຂວງ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
ໃນ ຕອນທ້າຍ ສະຫາຍ ສົມພອນ ແກ້ວມະນີ ໃຫ້ຄຳເຫັນຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍທີ່ຖືກແຕ່ງຕັ້ງ, ໃຫ້ສືບຕໍ່ປະຕິບັດພາລະບົດບາດການນຳພາ-ຊີ້ນຳວຽກງາຍການເມືອງ-ແນວຄິດ ໃຫ້ມີຄວາມໜັກແໜ້ນ, ຮັກສາຄວາມສາມັກຄີເປັນປຶກແຜ່ນ, ບຳລຸງ ແລະ ປັບປຸງ ແບບແຜນວິທີນຳພາໃຫ້ດີຂື້ນກວ່າເກົ່າ. ພ້ອມພາກັນນຳພາວຽກງານການເມືອງ-ແນວຄິດ ກໍ່ຄືວຽກງານໂຄສະນາອົບຮົມ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບອັນໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ.