ພະນັກງານຫຼັກແຫຼ່ງເມືອງປາກທາ ຮັບຟັງຄຳປາໄສການຖ່າຍທອດສົດ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ.

 

ວັນທີ 2 ກຸມພາ 2026 ນີ້,  ພະນັກງານຫຼັກແຫຼ່ງເມືອງປາກທາ ຮັບຟັງຄຳປາໄສ ການຖ່າຍທອດສົດ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ຄື: ( 1 ກຸມພາ 1956 – 1 ກຸມພາ 2026 ) ຂື້ນຢູ່ທີສະໂມສອນຂອງເມືອງປາກທາ ແຂວງບໍ່ແກ້ວ, ໂດຍມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕຳຫຼວດ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມຮັບຟັງ.

ການໂຮມຊຸມສະເຫຼີມສະຫຼອງ ຮັບຟັງປາໄສ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍປະທານ,ຮອງປະທານ “ສະຫະພັນກຳມະບານ ກະຊວງ, ອົງການ, ນະຄອນຫຼວງ, ແຂວງ, ສະມາຊິກກຳມະບານໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນ, ຈາກນັ້ນ ສະຫາຍເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວກ່າວບົດປາໃສ ມູນເຊື້ອ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຈາກ ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະ ຮັບຟັງການກ່າວສູນທອນພົດ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ, ວັນທີ 1 ກຸມພາ 1956 – 1 ກຸມພາ 2026 ໂດຍໄດ້ຍົກໃຫ້ເຫັນເຖິງ ປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ, ຜົນງານໃນການພັດທະນາສະຫະພັນກຳມະບານລາວ ຕະຫຼອດໄລຍະ 70 ປີ ທີ່ຜ່ານມາ, ເສີມຂະຫຍາຍມູນເຊື້ອການພັດທະນາວຽກງານກຳມະບານລາວໃນຕໍ່ໜ້າ.

ຕະຫຼອດໄລຍະ 70 ປີຜ່ານມາ ຊົນຊັ້ນກຳມະກອນແມ່ນກຸ່ມຄົນ ທີ່ມີຄວາມຕື່ນຕົວທາງການເມືອງ, ມີມານະຈິດປະຕິວັດສູງ, ມີລະບຽບວິໄນສູງ, ມີສະຕິຕື່ນຕົວ, ເຮັດທຸກສິ່ງຢ່າງເພື່ອຜົນປະໂຫຍດຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ, ເປັນຊົນຊັ້ນທີ່ມີຄວາມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນຢ່າງແທ້ຈີງ. ຍ້ອນແນວນັ້ນ ຊົນຊັ້ນກຳມະກອນ ຈິ່ງເປັນຊົນຊັ້ນຫຼັກໜຶ່ງໃນການສ້າງຕັ້ງພັກຄອມມູນິດຢູ່ໃນໂລກ. ສຳລັບຊົນຊັ້ນກຳມະກອນລາວ ຫາກໍ່ຕົວຂຶ້ນ ສ່ວນໃຫຍ່ແມ່ນມາຈາກຊາວໄຮ່ນາ ເຂົາເຈົ້າໄດ້ຍອມເສຍສະລະຊີວິດເຂົ້າຮ່ວມການຕໍ່ສູ້ປະຕິວັດ ແລະ ໄດ້ຮັບການອົບຮົມສັ່ງສອນຈາກພັກ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເຕີບໃຫ່ຍ ກາຍເປັນຄົນທີ່ມີທັດສະນະຊົນຊັ້ນກຳມະກອນຢ່າງແທ້ຈິງ.

ຂ່າວ: ວັນະເດດ

ກວດແກ້: ບຸນເພັງ ທຸມມະວົງ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa