ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ

 

 

ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-26 2024 ໃຫ້ກຽດເຂົ້າຮ່ວມເປັນປະຂອງທ່ານ   ພົງສະຫວັນ ປັນຍາສັກ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານພັກພະນັກງານ, ເຂົ້າຮ່ວມມີທ່ານ ນາງ ບຸນມາລິ ສີລິດາວົງ ຮອງຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ອຸດົມການ ແກ້ວພວງເພັດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄໍາສອນ ທຸບິນຍາ ຫົວໜ້າຄະນະໂຄສະນາອົບຮົມເມືອງຜາອຸດົມ ພ້ອມດ້ວຍຄະນະທິມງານສູນກາງພັກ, ທິມງານຂອງແຂວງ, ຄະນະຮັບຜິດຊອບຂອງເມືອງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 33 ສະຫາຍ, ຍິງ 4 ສະຫາຍ.

ໃນພິທີ ທ່ານ ພົງສະຫວັນ ປັນຍາສັກ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ເມືອງຜາອຸດົມ ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມ ເຊິ່ງທ່ານກ່າວວ່າ: ການຝຶກອົບຮົມຄັ້ງນີ້ຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບຄວາມຮູ້ພື້ນຖານຂອງວຽກງານໂຄສະນາ, ການຂຽນເອກະສານໂຄສະນາປາຖະກະຖາ, ເອກະສານຮັບໃຊ້ໜ້າທີ່ການເມືອງ, ຄຸນລັກສະນະ ແລະ ສິລະປະການປາກເວົ້າ ຂອງນັກປາຖະກະຖາ ແລະ ບາງຄວາມຮູ້ກ່ຽວກັບວຽກງານໂຄສະນາຜ່ານສື່ ໃນວຽກງານໂຄສະນາ ເພືອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່.

ເນື້ອໃນເອກະສານທີ່ນຳມາຝືກອົບຮົມໃນຄັ້ງນີ້ມີ 4 ບົດຄື 1. ບັນຫາພື້ນຖານວຽກງານໂຄສະນາ.2. ຝືກຝົນຄວາມສາມາດໃນການຂຽນເອກະສານ.3. ຄຸນລັກສະນະ ແລະ ສີລະປະໃນການເວົ້າ.4. ໂຄສະນາຜ່ານສື. ການຝືກອົບຮົມໃນຄັ້ງນີ້ເພື່ອຍົກລະດັບຄວາມຮູ້ດ້ານທິດສະດີ ແລະ ພຶດຕິກຳກຽ່ວກັບວຽກງານໂຄສະນາ ເວົ້າສະເພາະແມ່ນວຽກງານໂຄສະນາ-ປາຖະກະຖາ, ໂຄສະນາເຄື່ອນທີ່ ແລະ ໂຄສະນາຜ່ານສືໃຫ້ແກ່ຖັນແຖວພະນັກງານອາວຸດໂສ, ພະນັກງານນຳພາຂັ້ນຕ່າງໆຂອງເມືອງ. ສະນັ້ນ ການຝຶກອົບຮົມໃນເທື່ອນີ້ ແມ່ນມີຄວາມສໍາຄັນຫຼາຍ ເຊິ່ງຈະເຮັດໃຫ້ພະນັກງານການນໍາຫຼັກແຫຼ່ງຂອງເມືອງ ໄດ້ຮັບບົດຮຽນໃນການຂຽນເອກະສານຮັບໃຊ້ການເຄື່ອນໄຫວວຽກງານໂຄ ສະນາ, ຮູ້ຈັກບັນດາເຕັກນິກວິທີໃນການໂຄສະນາ-ປຸກລະດົມ ໃຫ້ສະມາຊິກພັກ, ພະນັກງານ ແລະ ມະຫາຊົນ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ ຂອງພັກ, ມະຕິ, ຄຳສັ່ງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ກົດໝາຍຂອງລັດ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ. ພາຍຫຼັງໄດ້ຮັບຟັງການບັນຍາຍທິດສະດີແລ້ວ ຜູ້ເຂົ້່າຮ່ວມຝຶກອົບຮົມຍັງໄດ້ຈັດເປັນກຸ່ມຄົ້ນຄວ້າຂຽນເອກະສານໂຄສະນາ-ປາຖະກະຖາ ແລະ ຂຶ້ນປະຖະກະຖາທົດລອງຕົວຈິງຕື່ມອີກ.

ໂອກາດທ້າຍ ທ່ານ ສົມພອນ ອິນຕະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ໂອ້ລົມຊຸດຝຶກອົບຮົມດັ່ງກ່າວວ່າ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດດ້ານທິດສະດີ, ຍົກລະດັບວຽກ​ງານ​ການ​ເມືອງ-ແນວ​ຄິດ, ທັກສະໃນການຂຽນເອກະສານຕ່າງໆ, ລັກສະນະ ແລະ ສີລະປະໃນການເວົ້າ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກປາຖະກະຖາຢູ່ບັນດາອົງການ. ສະນັ້ນຜ່ານຊຸດ​ຝຶກ​ອົບ​ຮົມຄັ້ງນີ້ແລ້ວຫວັງວາບັນດາສະຫາຍ ຈະນຳ​ເອົາ​ເນື້ອ​ໃນ​ບົດ​ຮຽນ​ທີ່​ສຳ​ຄັນດັ່ງ​ກ່າວໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ສູງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa