
ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ

ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ປະທານສະພາປະຊາຊົນແຂວງ




ຊຸດຝຶກອົບຮົມ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ v ແມ່ນໄດ້ຈັດ ໃນລະຫວ່າງວັນທີ 20-21 ຕຸລາ 2025 ທີ່ ຫ້ອງປະຊຸມຫ້ອງວ່າການແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມໂດຍ ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ປະທານສະພາປະຊາຊົນແຂວງ, ທ່ານ ພົຈວ. ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຮອງປະທານສະພາປະຊາຊົນແຂວງ, ຄະນະປະຈໍາ, ຄະນະນໍາສະພາປະຊາຊົນແຂວງ ຕະລອດຮອດບັນດາຫົວໜ້າ-ຮອງຫົວຫນ້າພະແນກ, ອົງການລັດທຽບເທົ່າພະແນກຂັ້ນແຂວງ, ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ 5 ເມືອງ ພ້ອມດ້ວຍຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມ ທັງໝົດ 65 ທ່ານ, ຍິງ 14 ທ່ານ.
ທ່ານ ສຸບັນ ສະວະບຸດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ເຜີຍແຜ່ເອກະສານ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ, ສພຂ ແລະ ບົດຮຽນກ່ຽວກັບ ການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທັງນີ້ ກໍ່ເພື່ອການເຜີຍແຜ່, ເຊື່ອມຊຶມ ເອກະສານດັ່ງກ່າວໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫານຊົນ ແລະ ທຸກພາກສ່ວນ ຢູ່ຂັ້ນແຂວງ, ຂັ້ນເມືອງ ໄດ້ຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ ແລະ ສພຂ ທົ່ວປະເທດ ຕາມລັດຖະທຳມະນູນ ແລະ ກົດໝາຍທີ່ໄດ້ກໍານົດໄວ້.
ກອງປະຊຸມ ໄດ້ ແລກປ່ຽນຄຳຄິດເຫັນຕໍ່ເອກະສານດັ່ງກ່າວ ແລະ ສົມທຽບໃສ່ການເຄື່ອນໄຫວວຽກງານຕົວຈິງ ໃນໄລຍະຜ່ານ ຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນບັນຫາຫຍຸ້ງຍາກ ເປັນຕົ້ນແມ່ນບັນຫາດ້ານບຸກຄະລາກອນທີ່ເປັນຈະເປັນເສນາທິການ ບັນຈຸຊ່ວຍວຽກຢູ່ຂັ້ນເມືອງໃນຕໍ່ໜ້າ ຍັງມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກບຸກຄະລາກອນມີຈໍາກັດ, ດ້ານງົບປະມານ, ພາຫະນະ ຮັບໃຊ້ໃນການເຄື່ອນໄຫວວຽກງານຕົວຈິງຍັງມີຈໍາກັດ ບວກໃສ່ຄວາມຮັບຮູ້, ເຂົ້າໃຈຂອງສັງຄົມ ຕໍ່ວຽກງານສະພາ ຍັງມີໜ້ອຍ ແລະ ອີກດ້ານໜຶ່ງກໍ່ເພື່ອເປັນການເຜີຍແຜ່, ແນະນໍາຂັ້ນຕອນ ການກະກຽມໃຫ້ແກ່ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕໍ່ໜ້ານີ້ ໃຫ້ມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ
ພາບ/ຂ່າວ: ດວງຈັນ ທ່ຽງທຳ
ແອດມິນ: ທອງຈັນ ວົງປັນຍາ



