ຊຸດຝຶກອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈຳປີ 2026 ໄດ້ຈັດຂື້ນ ໃນຕອນເຊົ້າ ວັນທີ 7 ເມສາ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມ ເມືອງຜາອຸດົມ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ບົວເກດ ສືບໄຊຍາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີສະຫາຍ ຄຳຝັ້ນ ສໍແອນົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີເລຂາ-ຮອງເລຂາໜ່ວຍພັກ, ມະຫາຊົນຜູ້ກ້າວໜ້າ ແລະ ຄະນະຮັບຜິດຊອບຈາກຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ.
ຊຸດຝຶກອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຄັ້ງນີ້: ມີມະຫາຊົນຜູ້ກ້າວໜ້າ ເຂົ້າຮຽນທັງໝົດ 18 ສະຫາຍ, ຍິງ 11 ສະຫຍາຍ ມາຈາກໜ່ວຍພັກອ້ອມຂ້າງເມືອງ, ເຊິງຈະໄດ້ຮຽນຮູ້ບົດຮຽນທັງໝົດ 13 ຄຳຖາມ, 13 ຄຳຕອບ, ໃນນີ້ແມ່ນຈະໄຊ້ເວລາທັງໝົດ 3 ວັນ, ໂດຍມະຫາຊົນຈະຕ້ອງໄດ້ຮັບຟັງ ແລະ ຈົດກ່າຍ, ການບັນລາຍາຍ ແລະ ຄໍາອະທິບາຍຂອງຄູ-ອາຈານ, ມີຄໍາເຫັນແລກປ່ຽນລະຫວ່າງຄູ-ອາຈານ, ມະຫາຊົນ, ອ່ານ ແລະ ຄົນຄ້ວາເອກະສານດ້ວຍຕົນເອງ ພ້ອມທັງຂຽນບົດສັງລວມຄວາມຮັບຮູ້ດ້ວຍຕົນເອງ. ໂອກາດດຽວກັນນີ້ ສະຫາຍ ບົວເກດ ສືບໄຊຍາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ມີຄຳເຫັນ ໃຫ້ມະຫາຊົນ ຕ້ອງໄດ້ຕັ້ງໜ້າຝຶກຝົນຫໍ່ຫຼອມຕົນເອງ ຮໍ່າຮຽນເອກະສານຕ່າງໆ ຈາກຄູ-ອາຈານ ເອົາໃຈໃສ່ຄົ້ນຄ້ວາແຕ່ລະເອກະສານຢ່າງຄົບຖ້ວນ,ປະຕິບັດຕາມໂມງເວລາຂື້ນຫ້ອງຢ່າງເຄັ່ງຄັດ, ສ້າງຂະບວນການຕ່າງໆ ທຸກຄົນຕ້ອງເຄົາລົບນັບຖືກົດລະບຽບຂອງຄະນະຮັບຜິດຊອບຢ່າງເຂັ້ມງວດ, ຕ້ອງກ້າສະແດງອອກ ກ້າມີຄໍາຄິດຄໍາເຫັນແລກປ່ຽນນໍາຄູ-ອາຈານ ໃນເວລາຄົ້ນ ຄ້ວາຮໍ່າຮຽນ, ເວລາຂື້ນຫ້ອງໃຫ້ມີຄວາມຮູ້ພື້ນຖານໃນການນໍາໃຊ້ເຂົ້າໃນບົດສັງລວມຄວາມຮັບຮູ້ຂອງຕົນເອງ ແລະ ຕ້ອງມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາຮໍ່າຮຽນ, ໃນຊວງເວລາຮຽນສະໜັບສະໜູນນີ້ ບັນດາສະຫາຍ ຈະຕ້ອງໄດ້ມອບວຽກ-ສິດໜ້າທີ່ໃຫ້ກົມກອງຢ່າງຂາດຕົວ ເພື່ອໃຫ້ບັນດາສະຫາຍໄດ້ມີເວລາຄົ້ນຄ້ວາຮໍ່າຮຽນເອກະສານຕ່າງໆ ພ້ອມດຽວກັນນີ້ ຄະນະຮັບຜິດຊອບ ຕ້ອງໄດ້ຕິດຕາມການຮຽນ-ການສອນ ການຂື້ນຫ້ອງ, ການກວດບົດ-ຜ່ານບົດ ຕາມການແບ່ງຂອງຄະນະຮັບຜິດຊອບໃນແຕ່ລະມື້.
ທັງນີ້ ເພື່ອສ້າງໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ໃຫ້ ກ້ວາງ-ຂວາງ ທົ່ວເຖິງ, ມີຄຸນະພາບ ຖືກຕ້ອງຕາມມາດຖານ, ເງຶ່ອນໄຂ, ຕາມລະບຽບຂອງພັກປະຊາຊົນປະຕີວັດລາວ ໄດ້ວາງອອກ, ເພື່ອເຮັດໃຫ້ມະຫາຊົນຮັບຮູ້ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງພັກໃນແຕ່ລະໄລຍະ, ຮັບຮູ້, ເຂົ້າໃຈຕໍ່ຄວາມສໍາຄັນຂອງພັກ ປະຕິບັດຕາມກົດລະບຽບຂອງພັກວາງອອກຢ່າງເຂັ້ມງວດ.






ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວ-ສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.
ແອດມິນ: ທອງຈັນ ວົງປັນຍາ.



