ຝຶກອົບຮົມຜູ້ຮັບຜິດຊອບດ້ານເຕັກນິກເວັບໄຊສ

 

ຕອນເຊົ້າວັນ ພະຫັດ ທີ 13 ມິຖຸນາ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມການຝຶກອົບຮົມຄວາມຮູ້ພື້ນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຼນິກ ທາງອອນລາຍ ໂດຍການເຂົ້າຮ່ວມຂອງທ່ານ ສົມພອນ ອິນຕະວົງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ສີໂພໄຊ ວິຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາວຽກງານສັງລວມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ມີຫົວໜ້າ-ຮອງຫົວໜ້າຂະແໜງກ່ຽວຂ້ອງ, ວິຊາການຂອງຂະແໜງການຕ່າງໆພາຍໃນຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງບັ້ນຝຶກອົບຮົມຄັ້ງນີ້ ໄດ້ສະເໜີຂໍນໍາໃຊ້ຫ້ອງປະຊຸມທາງໄກຂອງຫ້ອງວ່າການແຂວງ; ການຝຶກອົບຮົມໃນຄັ້ງນີ້ ມີບັນດາແຂວງເຂົ້າຮ່ວມຝຶກປະກອບມີ ແຂວງບໍ່ແກ້ວ, ແຂວງຄໍາມ່ວນ, ແຂວງໄຊຍະບູລີ, ແຂວງອຸດົມໄຊ ແລະ ແຂວງສະຫວັນນະເຂດ. ການຝຶກອົບຮົມຄັ້ງນີ້ ໄດ້ເຮັດໃຫ້ພະນັກງານ ແລະ ຜູ້ຮັບຜິດຊອບວຽກງານເວັບໄຊສ ໄດ້ມີຄວາມຮັບຮູ້ ເຂົ້າໃຈໃນການເຂົ້າເຖິງ, ການໂພດຂ່າວ ແລະ ການສ້າງຢູດເຊີຂອງຕົນເອງ ແລະ ວິທີການຕ່າງ ໃນການບໍລິຫານຈັດການໜ້າເວັບໄຊສ ແລະ ກະດານຂ່າວ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa