ຜົນການເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ບໍ່ແກ້ວ ຊຸດທີ V.

ທ່ານ ຈອມສີ ລັດຕະນະປັນ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຖະແຫຼງຂ່າວແຈ້ງຜົນເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ມີທັງໝົດ 25 ທ່ານ, ຍິງ 5 ທ່ານ, ທີ່ປະ ຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງໄດ້ໄວ້ວ່າງໃຈໃຫ້ເປັນຕົວແທນຂອງຕົນທີ່ຈະໄດ້ເຂົ້າໄປນັ່ງໃນສະພາ ເພື່ອນຳເອົາບັນຫາຕ່າງໆຂອງປະຊາຊົນບັນດາເຜົ່າໄດ້ສະເໝີ ແລະ ແກ້ໄຂຂ້ອງຂັດແຍ່ງຕ່າງໆຢູ່ໃນສະພາ ເພື່ອເປັນຕົວແທນສິດແຫ່ງຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ.

ຄະນະກຳມະການເລືອກຕັ້ງແຂວງບໍ່ແກ້ວ ປະກາດແຈ້ງການ ວ່າດ້ວຍລາຍຊື່ຜູ້ທີ່ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ເຊິ່ງປະກອບມີຈໍານວນ 25 ທ່ານ, ຍິງ 05 ທ່ານ ລາຍລະອຽດແຕ່ລະເຂດເລືອກຕັ້ງຂັ້ນເມືອງ ມີລາຍຊື່ດັ່ງລຸ່ມນີ້:

  1. ເຂດເລືອກຕັ້ງເມືອງ ຫ້ວຍຊາຍ: ຈໍານວນ 05 ທ່ານ, ຍິງ 01 ທ່ານ ປະກອບມີ:

1)ທ່ານ ຈອມແພງ ວິໄລສານ ກໍາມະການປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.

2)ທ່ານ ພັນເອກ ອຸດົມໄຊ ພົມປັນຍາ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ;

3)ທ່ານ ອໍາພອນ ລໍມີໄຊ  ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ສສຂ ຊຸດທີ IV.

4)ທ່ານ ນາງ ອໍາພອນ ບຸນຍາວົງ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ.

5)ທ່ານ ເທວາ ຊົງ   ກໍາມະການພັກເມືອງ, ຮອງຫົວໜ້າຫ້ອງການການເງິນເມືອງ.

  1. ເຂດເລືອກຕັ້ງເມືອງ ຕົ້ນເຜິ້ງ: ຈໍານວນ 05 ທ່ານ, ຍິງ 01 ທ່ານ ປະກອບມີ:

1)ທ່ານ ອຸ່ນຄໍາ ທໍາມະເລີດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.

2)ທ່ານ ຄໍາຈັນ ວັນນະວົງ     ກໍາມະການພັກເມືອງ, ຮອງປະທານຄະນະກວດກາພັກ-ລັດເມືອງ.

3)ທ່ານ ສາຍຄໍາ ຄໍາປະເສີດ  ກໍາມະການໜ່ວຍພັກ, ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນແຂວງ.

4)ທ່ານ ນາງ ຄໍາຫຼ້າ ຈິດຕະພົງ   ຮອງເລຂາທິການສະພາປະຊາຊົນແຂວງ;

5)ທ່ານ ເປົາແກ້ວ ພູມສະຫວັນ  ຮອງປະທານຄະນະກວດກາພັກ-ລັດແຂວງ.

III. ເຂດເລືອກຕັ້ງເມືອງ ເມິງ: ຈໍານວນ 05 ທ່ານ, ຍິງ 01 ທ່ານ ປະກອບມີ:

1)ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.

2)ທ່ານນາງ ສາຍທອງ ອິນທະພອນ ກໍາມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ.

3)ທ່ານ ພັນໂທ ຈັນທອນ ແກ້ວສິງທອງ ຄະນະພັກຮາກຖານກອງບັນຊາການ ປກສ ເມືອງ, ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ສສຂ ຊຸດທີ IV.

4)ທ່ານ ດຣ ຄໍາສິນ ພົມມະຫານ ກໍາມະການພັກແຂວງ, ຫົວໜ້າພະແນກສາທາລະ ນະສຸກແຂວງ.

5)ທ່ານ ບົວຮອງ ແກ້ວສຸບັນ   ຮັກສາການເລຂາທິການສະພາປະຊາຊົນແຂວງ.

  1. ເຂດເລືອກຕັ້ງເມືອງ ຜາອຸດົມ: ຈໍານວນ 05 ທ່ານ, ຍິງ 01 ທ່ານ ປະກອບມີ:

1)ທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.

2)ທ່ານນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ-ລັດເມືອງ, ສສຂ ຊຸດທີ IV.

3)ທ່ານ ວັນນະສອນ ໂພທິປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງ ຄົມແຂວງ,

4)ທ່ານ ວຽງໄຊ ຈັນທະວົງ ກໍາມະການພັກເມືອງ, ຮອງຫົວໜ້າຫ້ອງການກະສິກໍາແລະ ສິ່ງແວດລ້ອມເມືອງ

5)ທ່ານ ບຸນຈັນ ດີປະເສີດ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງບໍ່ແກ້ວ.

  1. ເຂດເລືອກຕັ້ງເມືອງ ປາກທາ: ຈໍານວນ 05 ທ່ານ, ຍິງ 01 ທ່ານ ປະກອບມີ:

1)ທ່ານ ສາລີ ວັນນະສານ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.

2)ທ່ານ ຄໍາຈັນ ອິນທະຈັກ  ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ.

3)ທ່ານນາງ ອິນທອງ ເລືອງສີຈັນທອງ  ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ສສຂ ຊຸດທີ IV.

4)ທ່ານ ບຸນປະສິດ ຈັນທອງໃສ ກໍາມະການພັກເມືອງ, ຫົວໜ້າຫ້ອງການວັດທະນະທໍາ ແລະ ທ່ອງທ່ຽວເມືອງ

5)ທ່ານ ໄຊວາງ ຈູຈົ່ງ ຮອງເລຂາທິການສະພາປະຊາຊົນແຂວງ.

ພາຍຫຼັງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ບັນດາອົງການຈັດຕັ້ງຂອງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຂັ້ນເມືອງ ໄດ້ຮັບປະກາດແຈ້ງການສະບັບນີ້ແລ້ວ ໃຫ້ຈັດຕັ້ງການເຜີຍແຜ່ໃຫ້ຖັນແຖວສະມາຊິກພັກ, ພະນັກງານ, ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິ່ງ ນັບແຕ່ວັນໄດ້ຮັບປະກາດແຈ້ງການສະ ບັບນີ້ເປັນຕົ້ນໄປ. ດັ່ງນັ້ນ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຈຶ່ງປະກາດມາເພື່ອຮັບຊາບຢ່າງເປັນທາງການ.

ທ່ານ ຈອມສີ ລັດຕະນະປັນ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ

 

ພາບຂ່າວ: ບຸນຈັນ ມະນີໄຊ

ໜັງສືພິມບໍ່ແກ້ວ Bokeo Newspaper

ແອັດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa