ຜູ້ສະໝັກເປັນ ສສຂ ເຂດເລືອກຕັ້ງເມືອງ ປາກທາ ລົງໂຄສະນາຫາສຽງ ແລະ ສະເໝີຕົວຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງ.

ວັນທີ 9-10 ກຸມພາ 2026, ບັນດາຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ບໍ່ແກ້ວ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ ປາກທາ  ໄດ້ລົງພົບປະໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງ  ຢູ່ 4 ບ້ານຄື: ບ້ານກິ່ວລົມ, ບ້ານຫ້ວຍໂມງ, ບ້ານຜາຄອຍ ແລະ ບ້ານຫ້ວຍພະ ນໍາໂດຍ ທ່ານ ສາລີ ວັນນະສານ ກຳມະການພັກແຂວງ,ເລຂາພັກເມືອງ, ມີບັນດາທ່ານຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ປາກທາ, ຄະນະພັກຮາກຖານ, ອົງການປົກຄອງບ້ານ, ຄະນະຮັບຜິດຊອບ  ແລະ ປະຊາຊົນບັນດາເຜົ່າ ຜູ້ມີສິດປ່ອນບັດເລືອກຕັ້ງບ້ານພາຍໃນບ້ານກິ່ວລົມ, ບ້ານຫ້ວຍໂມງ, ບ້ານຜາຄອຍ ແລະ ບ້ານຫ້ວຍພະ ເຂົ້າຮ່ວມ.

ທ່ານ ສາລີ ວັນນະສານ ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ເຂດເລືອກຕັ້ງເມືອງ ປາກທາ ໄດ້ນໍາສະເໜີ ປະຫວັດການເຄື່ອນໄຫວໃນແຕ່ລະໄລຍະຂອງຕົນ ພ້ອມທັງແນະນໍາໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຜົນງານ ແລະ ວິໄສທັດຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ຕັດສິນໃຈ ເລືອກເອົາຜູ້ທີ່ຕົນເຫັນວ່າ ມີມາດຕະຖານຄົບຖ້ວນ ເປັນຕົວແທນຂອງຕົນປະຕິບັດສິດ, ອຳນາດຂອງປະຊາຊົນ ບັນດາເຜົ່າ, ສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ພົບປະແລກປ່ຽນຄໍາເຫັນເຊິ່ງກັນ ແລະກັນ, ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄປໃຊ້ສິດຂອງຕົນເພື່ອເລື່ອກເອົາ ຜູ້ລົງສະໜັກ ສສຊ-ສສຂ ຜູ້ທີ່ມີຄວາມຮູ້,ຄວາມສາມາດ ທີ່ຈະນໍາເອົາແນວທາງຂອງພັກແຜນນະໂຍບາຍຂອງລັດ ນໍາເອົາຄວາມມຸ້ງມາດປາດຖະໜາຂອງປະຊາຊົນ, ຄວາມຂັດຂ້ອງໝອງໃຈ ເພື່ອເປັນຕົວແທນໃຫ້ແກ່ປະຊາຊົນລາວບັນດາເຜົ່າພາຍໃນແຂວງ ເວົ້າລວມເວົ້າສະເພາະກໍ່ຄື:ເມືອງປາກທາ.

ເຊິ່ງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ບໍ່ແກ້ວ ປະຈໍາເຂດເລືອກຕັ້ງເມືອງ ປາກທາ ມີທັງໝົດ 7 ທ່ານ, ຍິງ 1 ທ່ານ ຄື: ນໍ້າເບີ 1 ທ່ານ ສາລີ ວັນນະສານ, ນໍ້າເບີ 2 ທ່ານ ຄຳຈັນ ອິນທະຈັກ, ນໍ້າເບີ 3 ທ່ານ ນ. ອິນທອງ ເລືອງສີຈັນທອງ, ນໍ້າເບີ 4 ທ່ານ ບຸນປະສິດ ຈັນທອງໃສ, ນໍ້າເບີ 5 ທ່ານ ໄຊວາງ ຈູຈົ່ງ, ນໍາເບີ 6 ທ່ານ ຈັນສະຫວ່າງ ເຍົາວະພາ, ນໍ້າເບີ 7 ທ່ານ ພັທ ສົມຈິດ ແກ່ນມະນີວົງ ໃນນີ້ເລືອກເອົາ 5 ທ່ານ. ສ່ວນຜູ້ສະໜັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ ມີທັງໝົດ 10 ທ່ານ, ຍິງ 3 ທ່ານ ຄື: ນໍ້າເບີ 1ທ່ານ  ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ, ນໍ້າເບີ 2 ທ່ານນາງ ທຸມມາລີ ວົງພະຈັນ, ນໍ້າເບີ 3 ທ່ານ ດາລີວັນ ພູສະຫວັນ, ນໍ້າເບີ 4 ທ່ານ ພົນຈັດຕະວາ ຄໍາແຝງ ວັນດີໄຊ, ນໍາເບີ 5 ທ່ານນາງ ບົວຄົມ ຂານສຸວົງ, ນໍ້າເບີ 6 ທ່ານນາງ ສີອຳໄພ   ໂສລະຖີ, ນໍ້າເບີ 7 ທ່ານ ສຸລິເດດ ບັນດາກອນ, ນໍ້າເບີ 8 ທ່ານ ແກ້ວລາ ນໍລະສິງ, ນໍາເບີ 9 ທ່ານ ພັນເອກ ຄໍາແດງ ວັນນະສິດ, ນໍ້າເບີ 10 ທ່ານ ສົມສະຫວັນ ອິນດາວົງ ໃນນີ້ເລືອກເອົາ 7 ທ່ານ .

ພາບ-ຂ່າວ: ວັນະເດດ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa