ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ5 ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງປາກທາ.

ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໄດ້ສືບຕໍ່ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງປາກທາ ໃນວັນທີ 11 ກຸມພາ 2026 ນີ້, ນໍາໂດຍທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ຜູ້ຮັບສະໝັກນ້ຳເບີ 1 ພ້ອມດ້ວຍຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 5  ແຂວງບໍ່ແກ້ວ ຈໍານວນ 10 ທ່ານ, ຍິງ 3 ທ່ານ ແລະ ສະມາຊິກສະພາປະຊົນແຂວງ ຊຸດທີ V ຈຳນວນ 7 ທ່ານຍິງ 1 ທ່ານ, ມີບັນດາການນໍາຂອງແຂວງ-ການນໍາເມືອງ, ຄະນະຮັບຜິດຊອບ, ພະນັກງານ ແລະ ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນເທດສະບານເມືອງປາກທາເຂົ້າຮ່ວມ.

ການລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວ ຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງປາກທາຄັ້ງນີ້ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຈໍານວນ 17 ທ່ານ. ໃນນັ້ນ ສສຊ 10 ທ່ານ, ຍິງ 3 ທ່ານ, ແລະ ສສຂ ມີ 7 ທ່ານ, ຍິງ 1 ທ່ານ  ແຕ່ລະທ່ານແມ່ນໄດ້ແນະນໍາສະເໜີປະຫວັດການເຄື່ອນໄຫວຂອງຕົນຜ່ານມາໂດຍຫຍໍ້ ແລະ ໄດ້ເຊີນຊວນໃຫ້ປະຊາຊົນລາວບັນດາເຜົ່າຜູ້ມີສິດປ່ອນບັດເລືອກຕັ້ງທີ່ເຂົ້າຮ່ວມປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການເລືອກຕັ້ງໃຫ້ເປັນຂະບວນການຖືເອົາການເລືອກຕັ້ງນີ້ເປັນປາງບຸນໃຫຍ່ຂອງ ຊາດ ແລະ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ຈົ່ງພ້ອມກັນອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ໃຫ້ເປັນຂະບວນຟົດຟື້ນ ແລະ ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ເພື່ອແນ່ໃສ່ຮັບປະກັນໃຫ້ແກ່ການໂຄສະ ນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໄດ້ຮັບຜົນດີ, ມີຄວາມເປັນເອກະພາບໃນທົ່ວແຂວງ, ທັງຮັບປະກັນການນຳພາຂອງພັກໃຫ້, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ແນ່ໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງ ຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງລາວ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບຫຼັກການ, ເພື່ອຈັດຕັ້ງປະຕິບັດຕາມ ມາດຕາ18 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ປີ 2024 ແນ່ໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມລະ ບຽບກົດໝາຍ. ແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ຜົນການເລືອກຕັ້ງ, ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນ ປະຕິບັດສິດອຳນາດຂອງປະຊາຊົນ ຢູ່ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ເພື່ອສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ, ຜູ້ຮັບສະໝັກຮັບເລືອກຕັ້ງໄດ້ພົບປະເຊິ່ງກັນ ແລະ ກັນ ເຮັດໃຫ້ຜູ້ມີສິດເລືອກຕັ້ງໄດ້ຕັດສິນໃຈ ເລືອກເອົາຜູ້ທີ່ຕົນເຫັນວ່າເປັນຜູ້ທີ່ເໝາະສົມກວ່າໝູ່ທີ່ຂະເປັນຕົວແທນຂອງຕົນ ເຂົ້າໄປນັ່ງຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ໃນວັນດຽວກັນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນແຂວງ ໄດ້ສືບຕໍ່ລົງໂຄສະນາຫາສຽງ ແລະ ສະເໜີໂຕນຳຜູ້ມີສິດປ່ອນບັດເລືອກຕັ້ງຢູ່ກຸ່ມບ້ານຫາດສະ ເມືອງປາກທາ ເພື່ອລາຍງານຕົວຕໍ່ຜູ້ມີສິດເລືອກຕັ້ງກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງແລ້ວ ສາມາດໃຊ້ສິດພື້ນຖານຂອງຕົນ ເພື່ອເລືອກເອົາບຸກຄົນຜູ້ທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບ ຖ້ວນ ຕາມກົດໝາຍທີກຳນົດໄວ້ ເພື່ອເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ. ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ,ເຮັດໃຫ້ການເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຮັບປະກັນໃນການເລືອກຕັ້ງໃຫ້ໄດ້ 400%, ຮັບ ປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງມີຄວາມຕື່ນຕົວ ໄປໃຊ້ສິດດ້ວຍຕົນເອງໃຫ້ໄດ້ 100%; ຮັບປະ ກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບ ປະກັນການປ່ອນບັດ, ການສັງ ລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານວ່ອງໄວທັນ ເວລາໃຫ້ໄດ້ 100%. ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະ ພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ທີ່ຈະໄດ້ເປັນຕົວແທນຂອງຕົນເຂົ້າໄປນັ່ງໃນສະພາ ເພື່ອເປັນຕົວແທນທີ່ຈະໄດ້ນຳເອົາຄຳສະເໜີຂອງປະຊາຊົນໄປພິຈາລະນາ ແລະ ໃຫ້ພາກສ່ວນກ່ຽວຂ້ອງໄດ້ນຳໄປແກ້ໄຂໃຫ້ແກ່ປະຊາຊົນແຂວງບໍ່ແກ້ວຢ່າງແທ້ຈິງ.

 

 

ພາບ-ຂ່າວ: ບຸນຈັນ ມະນີໄຊ       ວັນທີ 11 ກຸມພາ 2026.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa