ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ສືບຕໍ່ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ກຸ່ມບ້ານໃຫຍ່ພັດທະນານ້ຳປຸກ ແລະ ກຸ່ມບ້ານໃຫຍ່ພັດທະນາດ່ານຖິ່ນ ເມືອງຫ້ວຍຊາຍ ໃນວັນທີ 10 ກຸມພາ 2026 ນີ້, ນໍາໂດຍ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ຜູ້ສະໝັກເບີ 01 ພ້ອມຄະນະຜູ້ຮັບສະໝັກ ປະຈໍາເຂດເລືອກຕັ້ງທີ່ 5 ແຂວງບໍ່ແກ້ວ ຈໍານວນ 10 ທ່ານ, ຍິງ 3 ທ່ານ ແລະ ສະມາຊິກສະພາປະຊົນແຂວງ ຊຸດທີ V ຈຳນວນ 7 ທ່ານ, ຍິງ 2 ທ່ານ, ມີບັນດາການນໍາຂອງແຂວງ-ການນໍາເມືອງ, ຄະນະຮັບຜິດຊອບ ແລະ ປະຊາຊົນບັນດາ ເຜົ່າຜູ້ມີສິດປ່ອນບັດກຸ່ມບ້ານໃຫຍ່ພັດທະນານ້ຳປຸກ ແລະ ກຸ່ມບ້ານໃຫຍ່ພັດທະນາດ່ານຖິ່ນເຂົ້າຮ່ວມ.
ການລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວ ຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ກຸ່ມບ້ານໃຫຍ່ພັດ ທະນານ້ຳປຸກ ແລະ ກຸ່ມບ້ານໃຫຍ່ພັດທະນາດ່ານຖິ່ນນີ້ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຈໍານວນ 17 ທ່ານ ໃນນັ້ນ, ສສຊ 10 ທ່ານ, ຍິງ 3 ທ່ານ, ແລະ ສສຂ ມີ 7 ທ່ານ, ຍິງ 2 ທ່ານ ແຕ່ລະທ່ານແມ່ນໄດ້ແນະນໍາສະເໜີປະຫວັດການເຄື່ອນໄຫວຂອງຕົນຜ່ານມາໂດຍຫຍໍ້ ແລະ ໄດ້ເຊີນຊວນໃຫ້ປະຊາຊົນລາວບັນດາເຜົ່າຜູ້ມີສິດປ່ອນບັດເລືອກຕັ້ງເຂົ້າຮ່ວມປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການເລືອກຕັ້ງໃຫ້ເປັນຂະບວນການຖືເອົາການເລືອກຕັ້ງນີ້ເປັນປາງບຸນໃຫຍ່ຂອງ ຊາດ ແລະ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ຈົ່ງພ້ອມກັນອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ໃຫ້ເປັນຂະບວນຟົດຟື້ນ ແລະ ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ເພື່ອແນ່ໃສ່ຮັບປະກັນໃຫ້ແກ່ການໂຄ ສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໄດ້ຮັບຜົນດີ, ມີຄວາມເປັນເອກະພາບໃນທົ່ວແຂວງ, ທັງຮັບປະກັນການນຳພາຂອງພັກໃຫ້, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ແນ່ໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງ ຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງລາວ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບຫຼັກການ, ເຮັດໃຫ້ຜູ້ມີສິດເລືອກຕັ້ງໄດ້ຮູ້ໄດ້ເຫັນຜູ້ສະໝັກຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງແລ້ວ ສາມາດໃຊ້ສິດພື້ນຖານຂອງຕົນ ເພື່ອເລືອກເອົາບຸກຄົນຜູ້ທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍທີກຳນົດໄວ້ ເພື່ອເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ. ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ, ເຮັດໃຫ້ການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຮັບປະກັນໃນການເລືອກຕັ້ງໃຫ້ໄດ້ 400%, ຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງມີຄວາມຕື່ນຕົວ ໄປໃຊ້ສິດດ້ວຍຕົນເອງ ,ບໍ່ໃຫ້ມີບັດຕາຍ, ມີຄວາມສະຫງົບ, ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານວ່ອງໄວທັນ ເວລາໃຫ້ໄດ້ 100%. ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ທີ່ຈະໄດ້ເປັນຕົວແທນຂອງຕົນເຂົ້າໄປນັ່ງໃນສະພາ ເພື່ອເປັນຕົວແທນທີ່ຈະໄດ້ນຳເອົາຄຳສະເໜີຕ່າງໆຂອງປະຊາຊົນໄປພິຈາລະນາ ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງເພື່ອແກ້ໄຂບັນຫາໃຫ້ແກ່ປະຊາຊົນແຂວງບໍ່ແກວ.























ພາບ-ຂາວ: ບຸນຈັນ ມະນີໄຊ.



