ປາຖະກະຖາເລົ່າມູນເຊື້ອ ວັນຍຶດອຳນາດ ຄົບຮອບ 79 ປີ

 

ປະທານ

ຜູ້ເຂົ້າຮ່ວມ

ວັນທີ 14 ສິງຫາ 2024 ຄະນະໂຄສະນາອົບຮົມແຂວງ ປາຖະກະຖາເລົ່າມູນເຊື້ອ ວັນຍຶດອຳນາດ ຄົບຮອບ 79 ປີ, ວັນສ້າງຕັ້ງ ອາຊຽນ ຄົບຮອບ 57 ປີ, ເຜີຍແຜ່ເອກະສານ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ແລະ ມະຕິ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝmu XI, ວັນລັດຖະທຳມະນູນ ຄົບຮອບ 33 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ. ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍທ່ານ ສົມພອນ ອິນຕະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງມີບັນດາ ຫົວໜ້າ-ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ, ສາມະຊິກພັກ ແລະ ພະນັກງານ-ລັດຖະກອນ ທັງໝົດເຂົ້າຮ່ວມ 17 ສະຫາຍ, ຍິງ 5 ສະຫາຍ. ການຫວນຄືນເລົ່າມູນເຊື້ອວັນປະຫວັດສາດສຳຄັນດັ່ງກ່າວໃນຄັ້ງນີ້ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິງຕື່ມກ່ຽວກັບ ມະຕິ4 ແລະ ມະຕິ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝmu XI,ຄວາມໝາຍສຳຄັນຂອງລັດຖະທຳມະນູນແຫ່ງ ສປປ ລາວ, ວິລະກຳ ແລະ ມູນເຊື້ອ ການຕໍ່ສູ້ພິລະອາດຫານ, ຄວາມເສຍສະຫຼະ ແລະ ສະຫຼຽວສະຫຼາດຂອງບັນດາຜູ້ນໍາພັກ-ລັດ, ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ແລະ ການກຳເນີດເຕີບໃຫຍ່ຂອງອົງການແນວລາວສ້າງຊາດໂດຍສະເພາະແມ່ນວິລະກຳອັນສະຫຼຽວສະຫຼາດມີໄຫວພິບ ແລະ ຄວາມອົງອາດກາຫານຂອງບັນດາທ່ານຜູ້ນໍາທີ່ສາມາດຍາດເອົາໄຊຊະນະເອກະລາດປະຊາທິປະໄຕ ແລະ ຮັກສາໄດ້ຜື້ນແຜ່ນດິນອັນອຸດົມສົມບູນໄວ້ໃຫ້ລູກຫຼານເທົ່າທຸກມື້ນີ້.

 

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa