ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

ໃນວັນທີ 7 ເມສາ 2026, ເມືອງເມິງ ແຂວງບໍ່ແກ້ວ ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຄົບຮອບ 71 ປີ ( 14 ເມສາ 1955 – 14 ເມສາ 2026 ) ໂດຍການເປັນປະທານຂອງ ສະຫາຍ ນີລະພົບ ທອງສະຫວັດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນເມືອງ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ- ຮອງຫົວໜ້າຫ້ອງການ, ພະນັກງານອາວຸໂສບຳນານ, ອາດີດເລຂາຄະນະບໍ່ລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວເມືອງ, ມີບັນດາສະຫາຍໃນຄະນະບໍລິຫານງານຊາວໜຸ່ມ, ເລຂາ-ຮອງເລຂາຄະນະໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງເມືອງ, ຕະຫຼອດຮອດສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 121 ສະຫາຍ, ຍີງ 70 ສະຫາຍ.

ສະຫາຍ ນີລະພົບ ທອງສະຫວັດ, ຄະນະປະຈຳພັກເມືອງ ໄດ້ໃຫ້ກຽດຂຶ້ນປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ; ເຊິ່ງໄດ້ໃຫ້ຮູ້ວ່າ: ຕະຫຼອດໄລ່ຍະ 71 ປີທີຜ່ານມາແຫ່ງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ, ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດີນອັນແສນຮັກຂອງຕົນໃວ້ ແລະ ຜ່ານຂະບວນການດັ່ງກ່າວນັ້ນໄດ້ເກີດມີບັນພະບູລຸດທີມີຊື່ສຽງຄື: ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງ, ທ່ານໄກສອນ ພົມວິຫານ ແລະ ຜູ້ອື່ນໆ. ເຊິ່ງບັນພະບູລຸດເຫຼົ່ານັ້ນ ເຄີຍນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ, ໄດ້ນຳເອົາປະເທດຊາດຜ່ານພົ້ນພາຍຸລົມແດງໃນແຕ່ລະຍຸກແຕ່ລະສະໄໝ ແລະ ສາມາດຮັກສາດີນແດນໃວ້ຢ່າງໝັ້ນຄົງ, ນ້ຳໃຈຮັກເຊື້ອແພງຊາດບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈເສຍສະຫຼະເລືອດເນື້ອອັນໜຸ່ມແໜ້ນເພື່ອປະເທດຊາດໄດ້, ຖືກອົບຮົມບົ່ມສອນພວກເພີ່ນມາແຕ່ຍັງໜຸ່ມ ສະນັ້ນ, ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມໃຫ້ວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີຈົງຮັກພັກດີຕໍ່ພັກ ຕໍ່ຊາດທັງໝົດນັ້ນແມ່ນມູນເຊື້ອອັນລວມຍອດຂອງຊາວໜຸ່ມລາວທີໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນການເຮັດສຳເລັດພາລະກຳປະຫວັດສາດຂອງຕົນຄື: ປົດປ່ອຍປະເທດຊາດ ແລະ ພວມຂະຫຍາຍບົດບາດປະຈັນບານເຂົ້າໃນ 2 ໜ້າທີ່ຍຸດທະສາດຄື  ປົກປັກຮັກສາ  ແລະ  ສ້າງສາພັດທະນາປະເທດຊາດຕາມທິດຢືນຍົງສູ່ຈຸດໝາຍສັງຄົມນິຍົມ, ໃນຂະບວນການຕໍ່ສູ້ຕ້ານຈັກກະພັດໃນແຕ່ລະໄລ່ຍະ ກໍ່ໄດ້ມີກໍາລັງສູ້ຮົບຂອງກອງເຈົ້າໄຊຍະຈັກກະພັດ, ກອງເຈົ້າຟ້າປັດໄຈ ແລະ ກອງກຳລັງອື່ນໆ ນັ້ນແມ່ນຊາວໜຸ່ມມາຈາກກໍາລັງປະກອບອາວຸດເອີ້ນວ່າ: ຄະນະຊາວໜຸ່ມຕະລຸມບອນ ເຊິ່ງໄດ້ມີບົດບາດຕະລຸມບອນ ບໍ່ວ່າແນວໜ້າ ຫຼື ແນວຫຼັງກໍ່ລ້ວນແຕ່ມີກໍາລັງຂອງຊາວໜຸ່ມ, ສະນັ້ນ ພາຍຫຼັງພັກໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 1 ໄດ້ກຳນົດເອົາວັນທີ 22 ມີນາ 1955 ເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ຍ້ອນເຫັນໄດ້ບົດບາດຄວາມສຳຄັນຂອງຊາວໜຸ່ມ ພັກໄດ້ກໍານົດເອົາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຂຶ້ນໃນວັນທີ 14 ເມສາ 1955 ນັບແຕ່ນັ້ນເປັນຕົ້ນມາ.

ສະຫາຍ ນາງ ດອນແພງ ແສງພະວົງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຂື້ນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເຊີ່ງກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາສະຫາຍຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມລາວບັນດາເຜົ່າຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເຊີດຊູນ້ຳໃຈຮັກຊາດ, ເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ນໍາພາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມສາມັກຄີປອງດອງ, ຍຸຕິທໍາ, ປະຊາທິປະໄຕ ແລະ ສີວິໄລ

ຂ່າວ: ສຸນິດາ ໄຊຍະຫົງ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa