ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ.

ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກ ແຂວງ ເຈົ້າແຂວງບໍ່ແກ້ວ

ທ່ານ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ

ແຂວງບໍ່ແກ້ວ ໄດ້ຈັດຕັ້ງປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ (ວັນທີ 12 ຕຸລາ 1945-12 ຕຸລາ 2025 )ຄົບຮອບ 80 ປີໃນຕອນເຊົ້າຂອງວັນທີ 16 ຕຸລາ 2025 ນີ້ທີ່ ຫໍວັດທະນະທຳແຂວງ, ເຂົ້າຮ່ວມເລົ່າຄືນມູນເຊື້ອມີທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກ ແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ຫ້ອງການ, ສອງກອງບັນຊາການ, ອົງການທຽບເທົ່າ, ພະນັກງານສະມາຊິກພັກຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ປາຖະກະຖາເລົ່າຄືນມູນເຊື້ອວັນປະກາດເອກະ ລາດ ຊຶ່ງກ່ອນໜ້ານີ້ 80 ປີ, ຄືວັນທີ 12 ຕຸລາ 1945  ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ  ເພື່ອປະກາດຄວາມເປັນເອກະລາດຂອງຊາດລາວເຮົາເປັນຄັ້ງທໍາອິດ ຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກຮຸກຮານຕ່າງຊາດ ຊຶ່ງເປັນເຫດການໜຶ່ງທີ່ມີຄວາມໝາຍສຳຄັນໃນປະຫວັດສາດ ທັງເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ລັດຖະບານລາວອິດສະຫຼະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນະຍາດແຫ່ງຊາດ ປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບພ້ອມກັນນັ້ນກໍ່ໄດ້ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກໆສັນຍາທີ່ລາວໄດ້ເຊັນກັບຝຣັ່ງເສດ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ(ທຸງຊາດລາວປັດຈຸບັນ), ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີສະເດັດເຈົ້າສຸພານຸວົງ ເປັນລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດຳລົງຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດ ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວ, ຮັບຮູ້ອະທິປະໄຕ ແລະ ເຂດນໍ້າແດນດິນຂອງລາວຮັບຮູ້ວ່າຊາດລາວ-ຄົນລາວ ກໍ່ເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະລະພາບເປັນເຈົ້າຊາຕາກຳຂອງຕົນເອງ ຍ້ອນແນວນັ້ນຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານຊານໄຊ ໃນການຕໍ່ສູ້ບົນຈິດໃຈ “ ຍອມຕາຍດີກວ່າເປັນຂ້ອຍຂ້າ ຕາຍເພື່ອເອກະລາດ ດີກວ່າຢູ່ພາຍໃຕ້ແອກປົກຄອງຂອງຕ່າງຊາດ “. ຈາກນັ້ນທ່ານ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນການທູດລາວ ຊຶ່ງກ່ອນປົດປ່ອຍໃນໄລຍະຕໍ່ຕ້ານການຄອບຄອງຂອງຝຣັງ ການທູດບໍ່ພຽງແຕ່ເປັນເຄື່ອງມືການຕໍ່ສູ້ທາງດ້ານສັງຄົມ ເພື່ອສ້າງຄວາມສາມັກຄີປອງດອງພາຍໃນຊາດ, ຕໍ່ສູ້ກູ້ຊາດຕ້ານການຮຸກຮານແຊກແຊງຈາກພາຍນອກເທົ່ານັ້ນ ແຕ່ຍັງເປັນເຄື່ອງມືຕໍ່ສູ້ໃນເວທີສາກົນ ຂະຫຍາຍການພົວພັນກັບໂລກພາຍນອກ ແລະ ສະແຫວງຫາການສະໜັບສະໜູນຂອງເພື່ອນມິດສາກົນ ການທູດລາວຍັງໄດ້ກາຍເປັນຍຸດໂທບາຍ ແລະ ຍຸດທະສາດອັນສໍາຄັນໃນການຕໍ່ສູ້ ໂດຍຜ່ານການວາງນະໂຍບາຍການຕ່າງປະເທດ ທີ່ມີຄວາມແທດເໝາະກັບສະພາບການຂອງໂລກຈົນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ໄດ້ຮັບການຍອມຮັບຈາກສາກົນໃນທຸກນັ້ນຮົບ, ໂດຍສະເພາະການບັງຄັບໃຫ້ຜູ້ຮຸກຮານຫັນໜ້າເຂົ້າສູ່ໂຕະເຈລະຈາ ແລະ ລົງນາມໃນສັນຍາເຊີແນວ ປີ 1954 ຈຶ່ງເຫັນດີໃຫ້ຝຣັ່ງຖອນທະຫານອອກສາມປະເທດອິນດູຈີນ ແລະ ໃຫ້ການຮັບຮູ້, ປ່ຽນຖານະບໍ່ເອີ້ນວ່າ ຄະນະລັດຖະບານຕໍ່ຕ້ານ ຕົກລົງໃຫ້ໃສ່ຊື້ຄະນະຝ່າຍປະເທດລາວ ເພື່ອໃຫ້ສາກົນເຫັນໄດ້ວ່າ ຝ່າຍປະເທດລາວ ແມ່ນກຳລັງທາງການເມືອງທີ່ຖືກຕ້ອງຕາມກົດໝາຍ ແລະ ໄດ້ຖືກຮັບຮູ້ຈາກສາກົນ.

ພາບ-ຂ່າວ: ບຸນຈັນ ມະນີໄຊ  ວັນທີ 16 ຕຸລາ 2025.

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa