ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ພ້ອມຄະນະ ລົງເຄື່ອໄຫວ ຕິດຕາມ ຊຸກຍູ້ ວຽກງານກວດກາພັກ-ລັດ ຮອບດ້ານ ຢູ່ເມືອງຫ້ວຍຊາຍ

ວັນທີ 18 ມີນາ 2026ນີ້, ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງ ແຂວງ  ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ວຽກງານກວດກາພັກ-ລັດ ຮອບດ້ານ ຢູ່ເມືອງຫ້ວຍຊາຍ, ເຂົ້າຮ່ວມມີທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານ ຄະນະປະຈຳພັກ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ສອງກອງບັນຊາການ ປກຊ-ປກສ, ພະນັກງານຫ້ອງການກວດາພັກ-ລັດເມືອງ ເຂົ້າຮ່ວມ.

ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັກເມືອງ ໄດ້ຜ່ານບົດລາຍງານຫຍໍ້ ຕີລາຄາການເຄື່ອນໄຫວ, ການນຳພາຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ, ສະພາບການຈັດຕັ້ງປະຕິບັດວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ, ວຽກງານປັບປຸງກົງຈັກການຈັດຕ້ງ ຢູ່ເມືອງຫ້ວຍຊາຍ, ຜ່ານມາການນຳຂອງເມືອງ ກໍ່ໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານກວດກາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດຳເນີນໄປຢ່າງມີປະສິດຕິພາບ ແລະ ມີຜົນສຳເລັດ, ໄດ້ສ້າງມະຫາຊົນຜູ້ທີ່ດີເດັ່ນໃນຂອບເຂດທົ່ວເມືອງເຂົ້າຮຽນສະໜັບສະໜູນໄດ້ 152 ສະຫາຍ, ຍິງ 44 ສະຫາຍ; ຮຽນກົດລະບຽບພັກໄດ້ 81 ສະຫາຍ, ຍິງ 29 ສະຫາຍ; ຂະຫຍາຍມະຫາຊົນກ້າວໜ້າ ເຂົ້າສະມາຊິກພັກສໍາຮອງໄດ້ 76 ສະຫາຍ, ຍິງ 23 ສະຫາຍ; ເລື່ອນສໍາຮອງຂຶ້ນສົມບູນໄດ້ 95 ສະຫາຍ, ຍິງ 35 ສະຫາຍ, ສ້າງຕັ້ງຄະນະພັກຮາກຖານກຸ່ມບ້ານໄດ້ 2 ກຸ່ມບ້ານ; ປັດຈຸບັນທົ່ວເມືອງປະກອບມີ 19 ຮາກຖານພັກ, ມີ 163 ໜ່ວຍພັກ, ມີສະມາຊິກພັກທັງໝົດ 2,669 ສະຫາຍ, ຍິງ 811 ສະຫາຍ, ໄດ້ນໍາພາດໍາເນີນຊີວິດການເມືອງຕີລາຄາຈັດແບ່ງປະເພດການຈັດຕັ້ງຮາກຖານພັກ, ໜ່ວຍພັກ, ສະມາຊິກພັກສຳເລັດ 163 ໜ່ວຍພັກ. ໃນນີ້ມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 137 ໜ່ວຍ (ມອບ-ຮັບໃບຍັ້ງຢືນສໍາເລັດ 100%). ໃນນັ້ນມີສະມາຊິກພັກແຂງ 2,334 ສະຫາຍ, ຍິງ 736 ສະຫາຍ ແລະມອບ-ຮັບບັດສະມາຊິກພັກ ຈໍານວນ 238 ສະຫາຍ, ຍິງ 91 ສະຫາຍ. ໄດ້ເອົາໃຈໃສ່ ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງເມືອງຢ່າງຕັ້ງໜ້າ ເຊິ່ງເຮັດໃຫ້ເສດຖະກິດມະຫາພາກຂອງເມືອງຂະຫຍາຍຕົວໃນລະດັບ 5,2% ລວມຍອດຜະລິດຕະພັນພາຍໃນ 3,068 ຕື້ກີບ ສະເລ່ຍລາຍຮັບ  34,890,000 ກີບ/ປີ ເທົ່າກັບ 1,607 ໂດລາ/ຄົນ/ປີ ທຽບໃສ່ແຜນ ຫຼຸດລົງ 3 ໂດລາ ເທົ່າກັບ 0.18%. ສາມາດຜະລິດເຂົ້າກິນໄດ້ 22,220,638 ໂຕນ, ໃນນີ້ ເຂົ້ານາປີ 20,627,334 ໂຕນ, ໃນເນື້ອທີ່ 5,167,98 ເຮັກຕາ, ສະເລ່ຍເຂົ້າກິນ 234 ກິໂລ/ຄົນ/ປີ, ທຽບໃສ່ປີຜ່ານມາປະຕິບັດໄດ້ 91.88%. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ໃນການຈັດຕັ້ວປະຕິບັດວຽກງານກວດກາ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດບາງບົດຮຽນທີ່ຖອດຖອນໄດ້, ວິທີແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດວຽກງານກວດກາໃຫ້ດີຂື້ນກວ່າເກົ່າ.

ໂອກາດນີ້, ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ໄດ້ມີຄຳເຫັນເໜັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ  ສືບຕໍ່ຈັດຕັ້ງເຊື່ອມຊຶມແນວທາງ, ແຜນນະໂຍບາຍຂອງພັກ-ກົດ     ໝາຍຂອງລັດ ກ່ຽວກັບວຽກງານກວດກາ, ຕິດພັນກັບການນໍາພາຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນໃຫ້ສູງຂຶ້ນ, ເພີ່ມທະວີການຕິດຕາມ ກວດກາປົກກະຕິເປັນຕົ້ນຕໍ່, ພ້ອມກັນນັ້ນ ກໍ່ຕ້ອງແກ້ໄຂບັນດາເປົ້າຫມາຍຕ່າງໆ ທີ່ມີການລະເມີດໃຫ້ເລິກເຊິ່ງ, ກວດກາແລ້ວຕ້ອງແກ້ໄຂຜົນການກວດກາໃຫ້ເຂັ້ມງວດ ແລະ ທັນການ,  ສຸມໃສ່ດໍາເນີນການຕິດຕາມ, ກວດກາ ບັນດາຫາງສຽງຕ່າງໆ ທີ່ພາຍຫຼັງທີ່ສໍາເລັດການດໍາເນີນຊີວິດການເມືອງປະຈຳປີ ຂອງແຕ່ລະໜ່ວຍພັກ ເພື່ອກໍ່ສ້າງປັບປຸງປົວແປງຖັນແຖວພັກ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປັບປຸງການຈັດຕັ້ງ-ຍົກສູງບົດບາດຄະນະກວດກາ ແລະ ຜູ້ເຮັດວຽກກວດກາແຕ່ລະຂັ້ນ ໃຫ້ປະຕິບັດຕາມພາລະບົດບາດຂອງຕົນ, ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ກໍ່ຄືປະຊາຊົນຊັ້ນຄົນຕ່າງໆ ໂດຍສະເພາະແມ່ນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງໃຫ້ກວ້າງຂວາງ ເອົາໃຈໃສ່ຕໍ່ວຽກງານການກໍ່ສ້າງ ແລະ ບຳລຸງພະນັກງານກວດກາ ຕິດພັນກັບການປັບປຸງບູລະນະກົງຈັກການຈັດຕັ້ງ, ປັບປຸງກົນໄກແບບແຜນການນໍາພາ-ຊີ້ນໍາ ພະນັກງານວິຊາສະເພາະດ້ານວິຊາການຕ່າງໆ ຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກການເມືອງໃນໄລຍະໃໝ່.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa