ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ພ້ອມຄະນະ ລົງເຄື່ອໄຫວ ຕິດຕາມ ຊຸກຍູ້ ວຽກງານກວດກາພັກ-ລັດ ຮອບດ້ານ ຢູ່ເມືອງຜາອຸດົມ

ຕອນເຊົ້າ ວັນທີ 17 ມີນາ 2026ນິ້.  ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ນຳໂດຍ ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງ ແຂວງ  ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ວຽກງານກວດກາພັກ-ລັດ ຮອບດ້ານ ຢູ່ເມືອງຜາອຸດົມ ມີບັນດາທ່ານ ຄະນະປະຈຳພັກ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ສອງກອງບັນຊາການ ປກຊ-ປກສ, ພະນັກງານຫ້ອງການກວດາພັກ-ລັດເມືອງ ເຂົ້າຮ່ວມ.

ໃນໂອກາດ ທີ່ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ວຽກງານກວດກາພັກ-ລັດ ຮອບດ້ານ ຢູ່ເມືອງຜາອຸດົມຄັ້ງນີ້: ຍັງໄດ້ຮັບຟັງ ບົດລາຍງານຫຍໍ້ ຕີລາຄາການເຄື່ອນໄຫວ, ການນຳພາຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ, ສະພາບການຈັດຕັ້ງປະຕິບັດວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ, ວຽກງານປັບປຸງກົງຈັກການຈັດຕ້ງ ຢູ່ເມືອງຜາອຸດົມ, ຜ່ານມາ ການນຳຂອງເມືອງ ກໍ່ໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານກວດກາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດຳເນີນໄປຢ່າງມີປະສິດຕິພາບ ແລະ ມີຜົນສຳເລັດ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ໃນການຈັດຕັ້ວປະຕິບັດວຽກງານກວດກາ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດບາງບົດຮຽນທີ່ຖອດຖອນໄດ້, ວິທີແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດວຽກງານກວດກາໃຫ້ດີຂື້ນກວ່າເກົ່າ.

ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ໄດ້ມີຄຳເຫັນເໜັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ  ສືບຕໍ່ຈັດຕັ້ງເຊື່ອມຊຶມແນວທາງ, ແຜນນະໂຍບາຍຂອງພັກ-ກົດ     ໝາຍຂອງລັດ ກ່ຽວກັບວຽກງານກວດກາ, ຕິດພັນກັບການນໍາພາຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນໃຫ້ສູງຂຶ້ນ, ເພີ່ມທະວີການຕິດຕາມ ກວດກາປົກກະຕິເປັນຕົ້ນຕໍ່, ພ້ອມກັນນັ້ນ ກໍ່ຕ້ອງແກ້ໄຂບັນດາເປົ້າຫມາຍຕ່າງໆ ທີ່ມີການລະເມີດໃຫ້ເລິກເຊິ່ງ, ກວດກາແລ້ວຕ້ອງແກ້ໄຂຜົນການກວດກາໃຫ້ເຂັ້ມງວດ ແລະ ທັນການ,  ສຸມໃສ່ດໍາເນີນການຕິດຕາມ, ກວດກາ ບັນດາຫາງສຽງຕ່າງໆ ທີ່ພາຍຫຼັງທີ່ສໍາເລັດການດໍາເນີນຊີວິດການເມືອງປະຈຳປີ ຂອງແຕ່ລະໜ່ວຍພັກ ເພື່ອກໍ່ສ້າງປັບປຸງປົວແປງຖັນແຖວພັກ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປັບປຸງການຈັດຕັ້ງ-ຍົກສູງບົດບາດຄະນະກວດກາ ແລະ ຜູ້ເຮັດວຽກກວດກາແຕ່ລະຂັ້ນ ໃຫ້ປະຕິບັດຕາມພາລະບົດບາດຂອງຕົນ ພ້ອມກັນນັ້ນ ຕ້ອງມີການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ກໍ່ຄືປະຊາຊົນຊັ້ນຄົນຕ່າງໆ ໃຫ້ເປັນເຈົ້າການ ເຂົ້າຮ່ວມວຽກງານ ຕິດຕາມ ກວດກາ ໂດຍສະເພາະແມ່ນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງໃຫ້ກວ້າງຂວາງ ເອົາໃຈໃສ່ຕໍ່ວຽກງານການກໍ່ສ້າງ ແລະ ບຳລຸງພະນັກງານກວດກາ ຕ້ອງຮັບປະກັນໃຫ້ຕິດພັນ ກັບຫນ້າທີ່ການເມືອງຂອງພັກ, ຂອງລັດ ຕິດພັນກັບການປັບປຸງບູລະນະກົງຈັກການຈັດຕັ້ງ, ປັບປຸງກົນໄກແບບແຜນການນໍາພາ-ຊີ້ນໍາ, ຕ້ອງສ້າງພະນັກງານໃຫ້ຄົບຊຸດ, ໃຫ້ມີພະນັກງານນໍາພາ, ພະນັກງານວິຊາສະເພາະດ້ານວິຊາການຕ່າງໆ ຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານ ໃນໄລຍະໃຫມ່.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວ-ສານ: ຄະນະໂຄສະນາອົບຮົບ ເມືອງຜາອຸດົມ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa