ປະທານຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ພ້ອມຄະນະ ລົງເຄື່ອໄຫວ ເຮັດວຽກຢູ່ເມືອງປາກທາ

ວັນທີ 16 ມີນາ 2026 ນິ້.  ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງ ແຂວງບໍ່ແກ້ວ,  ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ເມືອງປາກທາ ມີບັນດາທ່ານ ຄະນະບໍລິຫານງານພັກເມືອງ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງປາກທາ ໄດ້ຜ່ານບົດລາຍງານຫຍໍ້ຂອງຄະນະບໍລິຫານງານພັກເມືອງ ໃນການເຄື່ອນໄຫວ, ການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງ ເມືອງໄລຍະຜ່ານມາ ຄະນະບໍລິຫານງານພັກເມືອງ ປາກທາ ສະໄໝທີ VIII ລວມມີ 23 ສະຫາຍ, ຍິງ 3 ສະຫາຍ, ມີຄະນະປະຈໍາພັກ 7 ສະຫາຍ, ຍິງ 2 ສະຫາຍ, ບັນດາສະຫາຍຄະນະບໍລິຫານງານພັກເມືອງຊຸດນີ້ ນອກຈາກສະຫາຍເລຂາ, ຮອງເລຂາແລ້ວ ຍັງໄດ້ຊັບຊ້ອນແບ່ງຄວາມຮັບຜິດຊອບນໍາພາ-ຊີ້ນໍາໃນແຕ່ລະຂົງເຂດຄື: ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 1 ສະຫາຍ, ຂົງເຂດເສດຖະກິດ 4 ສະຫາຍ, ຂົງເຂດພັກ-ພະນັກງານ 2 ສະຫາຍ, ຂົງເຂດວັດຖະນາທໍາ-ສັງຄົມ 7 ສະຫາຍ, ຍິງ 1 ສະຫາຍ, ຂົງເຂດອົງການຈັດຕັ້ງມະຫາຊົນ 2 ສະຫາຍ ຍິງ 1 ສະຫາຍ, ຫ້ອງວ່າການ 1 ສະຫາຍ, ຊີ້ນໍາກຸ່ມບ້ານໃຫ່ຍຫາດສະ 1 ສະຫາຍ, ຊີ້ນຳກຸ່ມບ້ານໃຫ່ຍກ້ອນຕື່ນ 1ສະຫາຍ, ໃນຈໍານວນດັ່ງກ່າວ, ຍົກຍ້າຍບ່ອນປະຈໍາການ 1 ສະຫາຍ, ປັດຈຸບັນຄະນະບໍລິຫານງານພັກເມືອງປາກທາມີ 22 ສະຫາຍ, ຍິງ 3 ຜ່ານການ ນຳພາ-ຊີ້ນຳຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ປາກທາ ຕະຫຼອດໄລຍະ ຜ່ານມາ ຄະນະພັກພວກເຮົາໄດ້ຍົກສູງຄວາມຮັບຜິດຊອບປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນສຸມສະຕິປັນຍາ ເຂົ້າໃນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ເຂົ້າໃນແຜນງານ, ໂຄງການ, ກິດຈະການຕ່າງໆ ເຂົ້າສູ່ແຕ່ລະຂົງເຂດວຽກງານ ການນໍາພາວຽກງານພັດທະນາເສດຖະກິດ ໄດ້ຢຶດໝັ້ນ ແລະ ຖືການພັດທະນາເສດຖະກິດເປັນປາຍແຫຼມ ຕາມທິດພັດທະນາແບບຍືນຍົງ, ສົ່ງເສີມທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມຂອງເມືອງ ນັບມື້ນັບຫຼາຍຂື້ນ, ຊຸກຍູ້ການສະໜອງແຫຼ່ງທຶນສິນເຊື່ອເພື່ອຍູ້ແຮງການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ລວມຍອດຜະລິດຕະພັນພາຍໃນ GDP ປະຕິບັດໄດ້ 231,29 ຕື້ ກີບ, ເສດຖະກິດຂະຫຍາຍຕົວໃນລະ ດັບ 3,17% ໃນນີ້: ດ້ານກະສິກໍາປ່າໄມ້ 156,49 ຕື້ ກີບ, ຂະຫຍາຍຕົວ 3,3%, ກວມ 67,66%, ດ້ານອຸດສາຫະກໍາ 22,54 ຕື້ກີບ, ຂະຫຍາຍຕົວ 3%, ກວມ 9,75%, ດ້ານການບໍລິການ 52,25 ຕື້ກີບ, ຂະຫຍາຍຕົວ 2,9% ກວມ 22,59 %, (ສະເລ່ຍລາຍຮັບຕໍ່ຫົວຄົນ 9,920,550 ກີບ/ຄົນ) ແລະ ຍັງມີຂົງເຂດວຽກງານອື່ນໆກໍ່ໄດ້ຮັບການຈັດຕັ້ງປະຕິບັດທີ່ໄດ້ຮັບຜົນສຳເລັດເຊັ່ນດຽວກັນ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການຈັດຕັ້ວປະຕິບັດວຽກງານໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດບາງບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມກັນວາງທິດທາງແຜນການ, ວິທີແກ້ໄຂໃນຕໍ່ໜ້າຢ່າງເປັນແຜນງານອັນລະອຽດໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂື້ນເທື່ອລະກ້າວ.

ໂອກາດນິ້. ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ-ລັດແຂວງບໍ່ແກ້ວ, ໄດ້ມີຄໍາເຫັນເໜັ້ນໜັກບາງບັນຫາໃຫ້ ຄະນະບໍລິຫານງານພັກເມືອງປາກທາ ຈົ່ງຍົກສູງພາລະບົດບາດການຊີ້ນໍາ-ນໍາພາຕໍ່ໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງໃນການຜັນຂະຫຍາຍມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຕ່າງໆ ໃຫ້ແກ່ຖັນແຖວພະນັກງານ, ທະຫານ-ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ແລະ ສຶບຕໍ່ຕິດຕາມກວດກາພັກ, ກວດກາລັດ ແລະ ຜົນຂອງການກວດກາ, ຍົກສູງບົດບາດການນໍາພາຂອງພັກ ໃຫ້ມີຄວາມເຂັ້ມແຂງ ໜັກແໜັ້ນ.

ພາບ-ຂ່າວ: ວັນະເດດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa