




ວັນທີ 17 ຕຸລາ 2025 ນີ້, ສາມອົງການຈັດຕັ້ງມະຫາຊົນຂອງອົງການຄຸ້ມຄອງ – ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ນໍາໂດຍ ທ່ານ ຄຳສະແຫວງ ວິໄລພົງ ຫົວໜ້າອົງການຄຸ້ມຄອງ – ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນໍາເອົາເຄືີ່ອງອຸປະໂພກ – ບໍລິໂພກ, ເຄື່ອງນຸ່ງຮົ່ມ ແລະ ອຸປະກອນການຮຽນ ໄປມອບໃຫ້ແກ່ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນບ້ານສາມສິບ ແລະ ບ້ານນໍ້າຟ້າ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ, ໃຫ້ກຽດຮ່ວມມອບເຄື່ອງໃນຄັ້ງນີ້ ມີ ທ່ານ ອຸ່ນຄຳ ທຳມະເລີດ ປະທານອົງການປົກຄອງເມືອງ ຕົ້ນເຜິ້ງ ພ້ອມດ້ວຍບັນດາການນໍາ, ພາກສ່ວນກ່ຽວຂ້ອງຂອງເມືອງ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ ເຄື່ອງນຸ່ງຮົ່ມ, ຜ້າຮົ່ມ, ປື້ມ, ບິກ, ສໍ, ເຂົ້າໜົມ, ນົມ ແລະ ເຄື່ອງໃຊ້ສອຍອື່ນໆ ເຊິ່ງເປັນການປະກອບສ່ວນຊ່ວຍເຫຼືອຂອງອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ, ກຳມະບານ ແລະ ນັກທຸລະກິດຜູ້ປະກອບການພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທັງນີ້ກໍ່ເພື່ອເປັນການແບ່ງປັນນໍ້າໃຈໃຫ້ແກ່ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນທີ່ຂາດເຂີນ ເປັນການຊຸກຍູ້ກຳລັງໃຈໃຫ້ນ້ອງນັກຮຽນ ແລະ ຄູ-ອາຈານ ໃນການຮຽນ ການສອນ. ໂອກາດນີ້, ການນໍາເມືອງ ຕົ້ນເຜິ້ງ, ຕ່າງໜ້າອົງການປົກຄອງບ້ານ ແລະ ຄູ-ອາຈານ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການຈັດຕັ້ງມະຫາຊົນຂອງອົງການຄຸ້ມຄອງ – ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ນັກທຸລະກິດຜູ້ປະກອບການທີ່ເຫັນໄດ້ຄວາມຂາດເຂີນຂອງນ້ອງນັກຮຽນ ພໍ່ແມ່ປະຊາຊົນ ແລະ ໄດ້ໃຫ້ການຊ່ວຍເຫືຼອໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອດ້ານອື່ນໆອີກໃນຄັ້ງຕໍ່ໄປ. ໂອກາດດັ່ງກ່າວ ການນໍາເມືອງ ຕົ້ນເຜິ້ງ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ຍັງໄດ້ນໍາເອົາເຂົ້າສານຈາກໂຄງການອາຫານໂລກ ໂດຍການປະສານການຂອງກະຊວງ ຮສສ ຈໍານວນ 26 ເປົາ ໄປມອບໃຫ້ແກ່ພໍ່ແມ່ປະຊາຊົນບ້ານ ນາຄຳ ເພື່ອເປັນການບັນເທົາທຸກຈາກຜົນກະທົບຈາກນໍ້າໄຫຼຊຸ ເຮັດໃຫ້ເນື້ອທີ່ເຂົ້ານາປີຖືກແຮ່-ຊາຍທັບຖົມເສຍຫາຍໃນໄລຍະລະດູຝົນຜ່ານມາ ຕື່ມອີກ.
ພາບ – ຂ່າວ: ອຸໄທ ພູມມາ
ກວດແກ້-ແອດມິນ: ທອງຈັນ ວົງປັນຍາ



