ປະຊາຊົນບັນດາເຜົ່າຜູ້ມີສິດເລືອກຕັ້ງເມືອງ ຕົ້ນເຜິ້ງ ໃຊ້ສິດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງເປັນຂະບວນຟົດຟື້ນ.

ໃນໂອກາດວັນເລືອກຕັ້ງທົ່ວປະເທດ ໃນວັນທີ 22 ກຸມພາ 2026 ເວົ້າລວມ, ເວົ້າສະເພາະ ແມ່ນເຂດເລືອກຕັ້ງເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ປະຊາຊົນຜູ້ມີສິດເລືອກຕັ້ງນັບແຕ່ອາຍຸ 18 ປີຂຶ້ນໄປ ໄດ້ເອົາໃຈໃສ່ປະຕິບັດສິດ ແລະ ພັນທະຂອງຕົນຢ່າງເຕັມສ່ວນດ້ວຍຄວາມເປັນເຈົ້າການ ແລະ ດຳເນີນໄປດ້ວຍບັນຍາກາດຄຶກຄື້ນເປັນປາງບຸນໃຫຍ່ ທ່າມກາງສະພາບອາກາດທີ່ເອື້ອອຳນວຍ ທັງມີຄວາມເປັນລະບຽບຮຽບຮ້ອຍ.

ເຂດເລືອກຕັ້ງເມືອງ ຕົ້ນເຜິ້ງ ມີຜູ້ລົງສະໜັກຮັບເລືອກຕັ້ງເປັນ ສສຂ  ຊຸດທີ V ຈໍານວນ 7 ທ່ານ, ເລືອກເອົາ 5 ທ່ານ. ສ່ວນຜູ້ລົງສະໜັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ V ແຂວງ ບໍ່ແກ້ວ ມີ ຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ. ທົ່ວເມືອງ ຕົ້ນເຜິ້ງ ມີພົນລະເມືອງ 37,284 ຄົນ, ຍິງ 18,176 ຄົນ, ມີຜູ້ມີສິດເລືອກຕັ້ງ 23,182 ຄົນ, ຍິງ 11,402 ຄົນ, ແບ່ງເປັນ 24 ໜ່ວຍເລືອກຕັ້ງ. ສະເພາະໜ່ວຍເລືອກຕັ້ງທີ 10 ບ້ານໃຫຍ່ ຕົ້ນເຜິ້ງ ມີພົນລະເມືອງ 3,391 ຄົນ, ຍິງ 1,712 ຄົນ, ມີຜູ້ມີສິດເລືອກຕັ້ງ 1,957 ຄົນ, ຍິງ 1,016 ຄົນ. ໃນໂອກາດປ່ອນບັດເລືອກສະມາຊິິກສະພາຄັ້ງນີ້ບັນດາຜູ້ມີສິດເລືອກຕັ້ງຍັງໄດ້ສະແດງຄວາມຮູ້ສຶກຂອງຕົນຕໍ່ການປ່ອນບັດຄັ້ງນີ້ຕື່ມອີກ.

ການປ່ອນບັດເລືອກຕັ້ງສະມາຊິກສະພາຄັ້ງນີ້, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຍັງໄດ້ລົງຊຸກຍູ້ຕິດຕາມຢູ່ບັນດາໜ່ວຍເລືອກຕັ້ງ ເພື່ອເຮັດໃຫ້ການປ່ອນບັດຖືກຕ້ອງຕາມລະບຽບຫຼັກການ ແລະ ມີຄວາມເປັນເອກະພາບໃນທົ່ວແຂວງ, ສອດຄ່ອງກັບລັດຖະທຳມະນູນ ກົດໝາຍ  ເຮັດໃຫ້ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຮັບປະກັນໃຫ້ໄດ້ 400% ຄື: ຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງມີຄວາມຕື່ນຕົວໄປໃຊ້ສິດດ້ວຍຕົນເອງໃຫ້ໄດ້ 100%,  ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານວ່ອງໄວທັນເວລາໃຫ້ໄດ້ 100%.

ພາບ-ຂ່າວ: ອຸໄທ ພູມມາ.

ຈາກ: ຄະນະໂຄສະນາອົບຮົມເມືອງ ຕົ້ນເຜິ້ງ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa