ພິທີປະກາດແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ແລະ ມອບ-ຮັບໜ້າທີ່ ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ໃຫ້ປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ (ຜູ້ໃໝ່) ແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ກຸມພາ 2026 ທີ່ຫ້ອງວ່າການແຂວງບໍ່ແກ້ວ ເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ແປັນຄໍາ ພຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ອົງການ, ລັດວິສາຫະກິດ, ສອງກອງບັນຊາການ ປກຊ-ປສກ ເຂົ້າຮ່ວມ.
ພິທີທ່ານ ນັນທະພົນ ລີວັດທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດ ເລກທີ 818/ນຍ ວ່າດ້ວຍການແຕ່ງຕັ້ງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ໂດຍໄດ້ແຕ່ງຕັ້ງ ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ພ້ອມທັງມອບ-ຮັບໜ້າທີ່ ລະຫວ່າງ ເຈົ້າແຂວງບໍ່ແກ້ວ ຜູ້ເກົ່າ ທ່ານ ພົນຈັດຕະວາ ແປັນຄໍາ ພຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ແລະ ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ຜູ້ໃໝ່. ໂອກາດນີ້ ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ 2 ທ່ານ ຄືທ່ານ ຄໍາແສງ ສຸລິຍະວົງ ແລະ ທ່ານ ຂັນທອງ ທໍາມະວົງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເພີ່ມຕື່ມ ຮອງຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ ໂດຍການແຕ່ງຕັ້ງ ທ່ານ ສົມນິກ ອິນທະພົມ ເປັນຮອງຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ.
ໂອກາດນີ້, ທ່ານ ພົນຈັດຕະວາ ແປັນຄໍາ ພຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ມີຄໍາເຫັນຕໍ່ຄະນະກໍາມະການປົກຄອງແຂວງບໍ່ແກ້ວ ໃຫ້ເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດ ສອດຮ້ອຍໄປທຸກຄົງເຂດວຽກງານ, ເປັນແກ່ນນໍາໃນການເຕົ່າຮ່ວມຄວາມສາມັກຄີທົ່ວປາວງຊົນ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ລົງສູ່ຮາກຖານທ້ອງຖິ່ນໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນໄດ້ຮັບຮູ້ ເຊື່ອມຊຶມ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ ຕາມແຜນນະໂຍບາຍທີ່ວ່າງໄວ້.





ພາບ-ຂ່າວ: ຄໍາເພັງ ສີສະຫວ່າງ
ແອດມິນ: ທອງຈັນ ວົງປັນຍາ



