ປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກໍາມະການ ປກຊ – ປກສ ແຂວງບໍ່ແກ້ວ.

 

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງ ໃນວັນທີ 16 ມີນາ 2026 ນີ້

ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຄະນະກໍາ ມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດ ຕະວາ ແປ້ນຄຳ ບຸດຈັດແພງ ກຳມະການສູນກາງພັກ, ເລຂາພັກແຂວງ ແຂວງບໍ່ແກ້ວ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ຈິດຖະໜອມ ບຸນເລີດ ຮອງຫົວ ໜ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແຂວງບໍ່ແກ້ວ. ຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ:

  1. ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເປັນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ;
  2. ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນຮອງປະທານ;
  3. ສະຫາຍ ພັນເອກ ແສງເພັດ ແສງມະນີ ເປັນຮອງປະທານ, ທັງເປັນຜູ້ປະຈຳການ;
  4. ສະຫາຍ ພົນຈັດຕະວາ ຈັນພອນເພັດ ຄຳສີ ເປັນຮອງປະທານ;
  5. ສະຫາຍ ຄຳແຍງ ຄອນໄຊຍະກິດ ເປັນກຳມະການ;
  6. ສະຫາຍ ຂັນທອງ ທຳມະວົງເປັນກຳມະການ;
  7. ສະຫາຍ ສີລັດ ແສງດາລາ ເປັນກຳມະການ;
  8. ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດເປັນກຳມະການ;
  9. ສະຫາຍ ພັນເອກ ບຸນຈັນ ສີທະບູນ ເປັນກຳມະການ.

💎📈ພ້ອມດຽວກັນນີ້ #ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ, ເລຂາພັກແຂວງ

ແຂວງບໍ່ແກ້ວ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະຜ່ານມາ, ໂດຍໄດ້ຮັບ ການຊີ້ນໍາໂດຍກົງຈາກສູນກາງ, ເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນແຂວງ ໄດ້ຮັບໝາກຜົນສູງ, ໄດ້ເຄື່ອນ ໄຫວວຽກງານຕາມພາລະບົົດບາດ, ສິດ, ໜ້າທີ່ ທີ່ໄດ້ກໍານົດ, ເຊິ່ງໄດ້ສຸມທຸກສະຕິບັນຍາ ແລະ ເຫື່ອແຮງ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ, ປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍ່ແກ້ວ,  ຜ່ານການເຄື່ອນໄຫວເຮັດໜ້າທີ່ຢ່າງຕັ້ງໜ້າໃນ ໄລຍະຜ່ານມາ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນທົ່ວແຂວງໄດ້ຫຼຸດໜ້ອຍຖອຍລົງ ແລະ ເຮັດໃຫ້ສະພາບລວມ ໃນທົ່ວແຂວງມີຄວາມສະຫງົບປອດໄພ.

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ປະທານພິທີ

ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳແຂວງບໍ່ແກ້ວກໍຄືຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທີ່ໄດ້ນໍາພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອັນໄດ້ສ້າງພື້ນຖານໃຫ້ແກ່ຊີວິດການເປັນຢູ່. ພ້ອມທັງໄດ້ເນັ້ນໜັກໃຫ້

  1. ສະຫາຍທີ່ຖືກແຕ່ງຕັ້ງໜ້າທີ່ເປັນປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະ ການ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງບໍ່ແກ້ວ ເປັນເຈົ້າການນໍາພາ-ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ສອດຫ້ອຍເຂົ້າໃນຂະບວນການການຕົວຈິງໃຫ້ກວ້າງຂວາງ ແລະ ເລິກເຊິງ;
  2. ເປັນໃຈກາງປະສານສົມທົບສຸມທຸກກໍາລັງແຮງເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີ

ຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຮັບປະກັນການນໍາພາເດັດຂາດ, ໂດຍກົງຮອບດ້ານຂອງພັກ;

  1. ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມ

ແຂງ, ມີແບບແຜນທັນສະໄໝ, ຍົກສູງສະຕິກຽມພ້ອມສູ້ຮົບໃນທຸກພາວະ, ພົວພັນຮ່ວມມືຢ່າງຖືກຕ້ອງກັບສາກົນ; 4. #ເອົາໃຈໃສ່ຮັບປະກັນທາງດ້ານພະລາທິການ, ເຕັກ

ນິກ ປັບປຸງຊີວິດການເປັນຢູ່ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.

 

 

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa