ປະກາດຮັບຮອງຈຸດສຸມ ຈຽງຕອງ ເມືອງປາກທາ ແລະ ບ້ານຜາດຳ ເມືອງເມິງ ແຂວງບໍ່ແກ້ວ ເປັນຈຸດສຸມກໍ່ສ້າງຮາກຖານການເມືອງ-ພັດທະນະຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ.

 

ວັນທີ 6 ກຸມພາ 2026 ນີ້, ຢູ່ທີ່ກອງບັນຊາການທະຫານເມືອງປາກທາ ແຂວງບໍ່ແກ້ວ ໄດ້ປະກາດຮັບຮອງຈຸດສຸມ ຈຽງຕອງ ເມືອງປາກທາ ແລະ ຈຸດສຸມກຸ່ມ ບ້ານຜາດຳ ເມືອງເມິງ ແຂວງບໍ່ແກ້ວ ເປັນຈຸດສຸມກໍ່ສ້າງຮາກຖານການເມືອງ-ພັດທະນະຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ມີບັນດາທ່ານແຂກການນຳຂອງກະຊວງ, ແຂວງ, ເມືອງ ແລະ ຄູ່ຮ່ວມພັດທະນາ ຕະຫຼອດຮອດອົງການປົກຄອງບ້ານພາຍໃນຈຸດສຸມເຂົ້າຮ່ວມ.

ພິທີຮັບຮອງເອົາ ຈຸດສຸມ ກຸ່ມບ້ານ ຈຽງຕອງ ເມືອງປາກທາ ແລະ ຈຸດສຸມ ກຸ່ມບ້ານຜາດໍາ ເມືອງ ເມິງ ແຂວງບໍ່ແກ້ວ ເປັນຈຸດສຸມພັດທະນາ, ຂອງວຽກງານກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດໃນຄັ້ງນີ້, ໄດ້ເຊັນເອກະສານໃຫ້ການຈັດຕັ້ງ ປະຕິບັດວຽກງານຈຸດສຸມ 2 ຈຸດສຸມ ໂດຍ ທ່ານ ພັນເອກ ຄໍາສອນ ພັກສະດີ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ຫົວໜ້າກອງເລຂາ, ຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຂອງ ກະຊວງປ້ອງກັນປະເທດ, ພ້ອມດ້ວຍຄູ່ຮ່ວມພັດທະນາ ທັງ 2 ທ່ານ ໂດຍຊອງໜ້າກັບບັນດາທ່ານຜູ້ເຂົ້າຮ່ວມພິທີ ເປັນສັກຂີິຍານ.

ໂອກາດດັ່ງກ່າວ ທ່ານ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ມີຄຳເຫັນຊີ້ນຳບາງບັນຫາເປັນຕົ້ນ: ສະເໜີໃຫ້ອົງການປົກຄອງແຂວງ, ເມືອງ, ບ້ານ ຕ້ອງໄດ້ເຮັດວຽກງານການເມືອງແນວຄິດກັບພໍ່ແມ່ປະຊາຊົນບັນດາເຜົ່າທີ່ຕິດພັນກັບໂຄງການເປັນຕົ້ນ: ພື້ນທີທຳການຜະລິດຂອງປະຊາຊົນ ພວກເຮົາຈະໄດ້ພ້ອມກັນໄກ່ເກ່ຍ, ເພື່ອໃຫ້ໂຄງການດຳເນີນໄປໄດ້ສະດວກ ແລະ ຕໍ່ເນື່ອງ, ພ້ອມທັງຮຽກຮ້ອງມາຍັງຜູ້ຮັບເໜົາກໍ່ສ້າງຕ້ອງໄດ້ເຮັດແທ້ທຳຈິງ ໃນການພັດທະນາພື້ນຖານໂຄງລ່າງ ເພື່ອແນ່ໃສປັບປຸງຍົກລະດັບແກ້ໄຂຊີວິການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ຢູ່ຊົນນະບົດເຂດຫ່າງໄກສອກຫຼີກໃຫ້ມີທວງທ່າດີຂື້ນເທື່ອລະກ້າວ.

ຕອນທ້າຍພິທີ ທາງກະຊວງປ້ອງກັນປະເທດ ຍັງໄດ້ມອບ ໂທລະໂຄ່ງໃຫ້ຈຸດສຸມກຸ່ມ ຈຽງຕອງ ເມືອງປາກທາ ແລະ ຈຸດສຸມກຸ່ມ ບ້ານຜາດຳ ເມືອງເມິງ ແຂວງບໍ່ແກ້ວອີກດ້ວຍ.

ພາບ-ຂ່າວ: ວັນະເດດ

ກວດແກ້:ບຸນເພັງ ທຸມມະວົງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa