ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກພະນັກງານ
ທ່ານ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ
ທ່ານ ຄຳແຍງ ຄອນໄຊຍະກິດ ກຳມະການພັກແຂວງ ເລຂາພັກເມືອງ
ຢູ່ທີ່ສະໂມສອນເມືອງຕົ້ນເຜິ້ງ: ໄດ້ມີພິທີ ປະກາດການຈັດຕັ້ງ ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ ໃນຕອນບ່າຍຂອງວັນທີ 1 ກັນຍາ 2025 ນີ້. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແຂວງບໍ່ແກ້ວ, ມີ ທ່ານ ຄຳແຍງ ຄອນໄຊຍະກິດ ກຳມະການພັກແຂວງ ເລຂາຄະ ນະບໍລິຫານງານພັກເມືອງ, ມີການນໍາ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຂົ້າຮ່ວມ.
ພິທີປະກາດການຈັດຕັ້ງ: ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງຕົ້ນເຜິ້ງ ຄັ້ງນີ້ ທ່ານ ຄຳແຍງ ຄອນໄຊຍະກິດ ກຳມະການພັກແຂວງ ເລຂາພັກເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໂດຍຍົກໃຫ້ເຫັນຜົນງານ-ຜົນສຳເລັດໃນການເຄື່ອນໄຫວຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ: ການນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄະນະບໍລິຫານງານພັກເມືອງ, ອົງການປົກຄອງເມືອງ ໄດ້ມີຄວາມຮັບຜິດຊອບສູງໃນການນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ເປັນແຜນງານ, ໂຄງການ ດຳເນີນງານ ແລະ ສຸມໃສ່ໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມກຳແໜ້ນ ຢ່າງເປັນເອກະພາບໃນທົ່ວພັກ-ລັດ ທົ່ວປວງຊົນຊາວ ເມືອງຕົ້ນເຜິ້ງ, ບັນດາຄາດໝາຍສູ້ຊົນ ແລະ ແຜນພັດທະນາ ໄດ້ເລີ່ມມີການສູ້ຊົນຈັດຕັ້ງປະຕິບັດເຮັດໃຫ້ທົ່ວເມືອງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເສດຖະກິດ-ສັງຄົມ ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ. ຈາກນັ້ນ, ທ່ານ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກ ລົງຂອງທ່ານເຈົ້າແຂວງໆ ບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ຄະນະກໍາມະການປົກຄອງເມືອງຕົ້ນເຜິ້ງ. ເຈົ້າແຂວງໆ ບໍ່ແກ້ວ ຕົກລົງແຕ່ງຕັ້ງ:
- ທ່ານ ອຸ່ນຄຳ ທຳມະເລີດ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງ ເມືອງຕົ້ນເຜິ້ງ
- ທ່ານ ປະສິດ ທິບພາວັນ ຄະນະປະຈຳພັກເມືອງ ເປັນຮອງປະທານຄະນະກໍາມະການປົກຄອງ ເມືອງຕົ້ນເຜິ້ງ
- ທ່ານ ຄຳເພັງ ກຸມພົນ ຄະນະປະຈຳພັກເມືອງ ເປັນຮອງປະທານຄະນະກໍາມະການປົກຄອງ ເມືອງຕົ້ນເຜິ້ງ
ໂອກາດດັ່ງກ່າວ: ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ໄດ້ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກເມືອງ ໃຫ້ສືບຕໍ່ເຄື່ອນໄຫວຕາມແຜນດໍາເນີນງານ ຂອງຄະນະບໍລິຫານງານພັກ ເມືອງ ສະໄໝທີ VI, ນໍາພາເຄື່ອນໄຫວຕາມຂໍ້ກໍານົດ ວ່າດ້ວຍລະບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານພັກເມືອງ, ຂອງຄະນະປະຈໍາພັກເມືອງ, ເລຂາ-ຮອງເລຂາພັກເມືອງ ແລະ ປະທານ-ຮອງປະທານຄະນະກຳມະການປົກ ຄອງເມືອງ ໃຫ້ຖືກຕ້ອງສອດຄ່ອງ ເຊັ່ນ:
ເບື້ອງພັກ: ຕ້ອງເພີ່ມທະວີເອົາໃຈໃສ່ຄົ້ນຄວ້າ ແລະ ເຄື່ອນໄຫວຈັດຕັ້ງປະຕິບັດຕາມ 10 ໜ້າທີ່ ທີ່ໄດ້ກຳນົດໃນມາດຕາ 24 ຂອງກົດລະບຽບພັກ.
ເບື້ອງລັດ: ເບື້ອງອົງການປົກຄອງ: ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງເພີ່ມທະວີການຄົ້ນຄວ້າກຳແໜ້ນ ແນວທາງນະໂຍບາຍຂອງພັກ-ລັດວາງອອກ ໂດຍສະເພາະ.
- ສືບຕໍ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະກຳມະການປົກຄອງເມືອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 78/ສພຊ, ຄະນະພັກ, ຄະນະນໍາ ໃຫ້ເອົາໃຈໃສ່ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າ ຂອງພັກ ໃນທຸກຂົງເຂດວຽກງານ.
- ສືບຕໍ່ບຸກທະລຸ ທາງດ້ານແນວຄິດ, ຈິນຕະນາການ ດ້ວຍການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳ ຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ເລິກເຊິ່ງ-ທົ່ວເຖິງ.
- ສືບຕໍ່ເອົາໃຈໃສ່ນໍາພາກໍ່ສ້າງພັກ ສ້າງໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ມີຄຸນນະພາບສູງ, ມີການກວດກາປະເມີນແຕ່ລະໄລຍະ.
- ເອົາໃຈໃສ່ເພີ່ມທະວີວຽກງານກໍ່ສ້າງພະນັກງານ, ສ້າງແຜນກຳນົດພະນັກງານ, ສ້າງແຜນບຳລຸງກໍ່ສ້າງພະນັກງານ ໃຫ້ເປັນລະບົບ ສາມາດຮັບປະກັນລັກສະນະສືບທອດປ່ຽນແທນ, ຍົກສູງປະສິດທິພາບໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍຢ່າງເຂັ້ມງວດ, ສ້າງໃຫ້ຄົນມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ການບໍລິຫານລັດໃຫ້ຄວາມໂປ່ງໃສ ແລະ ວ່ອງໄວ.
- ສືບຕໍ່ການກະກຽມ ການສ້າງຕັ້ງຕາແສງພາຍໃນເມືອງ ຕາມມາດຖານເງື່ອນ ໄຂທີ່ກຳນົດໄວ້, ຮຽກຮ້ອງໃຫ້ຄະນະບໍລິຫານງານພັກເມືອງ ແລະອົງການປົກຄອງແຕ່ ລະຂັ້ນ ຖືເອົາການພັດທະນາ ເສດຖະກິດ-ສັງຄົມເປັນໄຈກາງ, ສຸມໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ.
- ສືບຕໍ່ປັບປຸງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ ແລະໝັກແໜ້ນ ຖືເປັນວຽກສໍາຄັນ ແລະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຂອງພັກ ເພື່ອແນໃສ່ຮັບປະກັນໃນທົ່ວເມືອງ ມີສະຖຽນລະພາບການເມືອງຢ່າງໜັກ ແໜ້ນ, ຮັບປະກັນສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ.
ພາບ-ຂ່າວ: ສ ປັນຍາທອງ
ກວດແກ້: ຈ. ຈັນທະລິດ
ແອດມິນ: ທອງຈັນ ວົງປັນຍາ