ທ່ານ ພົ.ວ. ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ
ທ່ານ ນາງ ດາວ ໄຊເສດຖາ ຮອງຫົວໜ້າຄະນະຈັດຕັ້ງແຂວງ
ພິທີປະກາດການຈັດຕັ້ງ ປະທານ-ຮອງປະທານຄະນະກໍາມະການປົກຄອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈັດຂຶ້ນໃນວັນທີ 5 ກັນຍາ 2025, ຢູ່ທີ່ສູນຝຶກອົບຮົມເມືອງ. ໂດຍການເປັນປະທານຂອງ ພົ.ວ. ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ, ມີການນໍາ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ພະນັກງານບໍານານ ເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ດາວ ໄຊເສດຖາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງໆ ບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະກໍາມະການປົກຄອງ ເມືອງຫ້ວຍຊາຍ ໃນນີ້ເຫັນດີຕົກ ລົງແຕ່ງຕັ້ງ:
- ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ.
- ທ່ານ ທິບພະກອນມະນີຄໍາ ຄະນະປະຈຳພັກເມືອງ ເປັນຮອງປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ.
- ທ່ານ ຄໍາຜ່າຍ ວົງປະເສີດ ຄະນະປະຈຳພັກເມືອງ ເປັນຮອງປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ.
ໃນໂອກາດດັ່ງກ່າວ, ພົ.ວ. ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ ໄດ້ໃຫ້ການໂອ້ລົມຕໍ່ຄະນະກໍາມະການປົກຄອງເມືອງ, ກໍ່ຄືຄະນະບໍລິຫານງານພັກເມືອງ, ສືບຕໍ່ເຄື່ອນໄຫວຕາມແຜນດໍາເນີນງານ ຂອງຄະນະບໍລິຫານງານພັກເມືອງ ທີ່ໄດ້ກໍານົດ ຕາມແບບແຜນວິທີການ, ຕິດຕາມ-ກວດກາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສີວິໄລ, ພັດທະນາການທ່ອງທ່ຽວໃຫ້ມີຄວາມຍື່ນຍົງ, ສົ່ງເສີມພັດທະນາສີມືແຮງງານ-ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ຊຸກຍູ້ສົ່ງເສີມລູກຫຼານໃຫ້ໄດ້ຮັບການສຶກສາ, ຄຸ້ມຄອງການຈັດເກັບລາຍຮັບ-ລາຍຈ່າຍຕ່າງໆ ເຂົ້າງົບປະມານໃຫ້ຖືກຕ້ອງຕາມລະບຽບການ ຫັນເຂົ້າສູ່ທັນສະໄໝ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ເລິກເຊິ່ງທົ່ວເຖິງ, ສືບຕໍ່ເອົາໃຈໃສ່ນໍາພາກໍ່ສ້າງພັກ ສ້າງໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ທີ່ມີຄຸນນະພາບສູງ, ສຸມໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ກວດແກ້: ຈ.ຈັນທະລິດ
ພາບ-ຂ່າວ: ຄໍາເພັງ ສີສະຫວ່າງ
ແອດມິນ: ທອງຈັນ ວົງປັນຍາ