
ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5, ປະທານສະພາປະຊາຊົນແຂວງບໍ່ແກ້ວ
ເພື່ອຜັນຂະຫຍາຍມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງແທດເຖິ່ງ, ທັນເວລາ ແລະ ເກີດຜົນເປັນຕົວຈິງ, ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5, ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຖະແຫຼງຂ່າວ ກ່ຽວກັບການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 5 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ເຊີນຊວນປະຊາຊົນລາວບັນດາເຜົ່າທົ່ວແຂວງບໍ່ແກ້ວ ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ຈົ່ງມາໃຊ້ສິດປະຊາຊທິປະໄຕຂອງຕົນເຂົ້າບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ທີ່ຈະມາເຖິ່ງໃນວັນທີ 22 ກຸມພາ 2026 ເລືອກຕັ້ງເອົາຜູ້ແທນເຂົ້າໄປນັ່ງໃນສະພາ ເພື່ອການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນໂດຍກົງ.
ປະຕິບັດຕາມລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປັບປຸງປີ 2025 ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະ ຊາຊົນແຂວງ, ມະຕິວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງເພື່ອ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V. ໃນນາມ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານການນຳພັກ-ລັດຂັ້ນແຂວງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວແຂວງບໍ່ແກ້ວ ຮັບຊາບກ່ຽວກັບການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V. ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ອອກມະຕິ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ປະກອບດ້ວຍພະນັກງານການນໍາຂັ້ນແຂວງ ຈໍານວນ 19 ທ່ານ, ຍິງ 4 ທ່ານ ເຊິ່ງປະກອບມີລາຍຊື່ບັນດາທ່ານ ດັ່ງນີ້:
1) ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາພັກແຂວງ ເປັນປະທານ.
2) ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5, ປະທານສະພາປະຊາຊົນແຂວງບໍ່ແກ້ວ ເປັນຮອງປະທານ.
3) ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ເປັນຮອງປະທານ
4) ທ່ານ ດາລິວັນ ພູສະຫວັນ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ເປັນກໍາມະການ.
5) ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງ ເປັນກໍາມະການ.
6) ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈໍາພັກແຂວງ, ຫົວໜ້າ ຄະນະຈັດຕັ້ງແຂວງ ເປັນກໍາມະການ.
7) ທ່ານ ພົຈວ ຈັນພອນເພັດ ຄໍາສີ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ ເປັນກໍາມະການ.
😎 ທ່ານ ຂັນທອງ ທໍາມະວົງ ຄະນະປະຈໍາພັກແຂວງ,ຫົວໜ້າພະແນກການເງິນແຂວງ ເປັນກໍາມະການ.
9) ທ່ານ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນກໍາມະການ.
10) ທ່ານ ຫົງແກ້ວ ວິໄນວົງ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ເປັນກໍາມະການ.
11) ທ່ານ ຄໍາຈັນ ອິນທະຈັກ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ເປັນກໍາມະການ.
12) ທ່ານ ພັອ ແສງເພັດ ແສງມະນີ ກໍາມະການພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ ເປັນກໍາມະການ.
13) ທ່ານ ນາງ ບຸນຍົກ ແສງສະຫວ່າງ ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງເປັນກໍາມະການ.
14) ທ່ານ ນາງ ດວງຕາ ໄຊຍະຫົງ ກໍາມະການພັກແຂວງ,ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເປັນກໍາມະການ.
15) ທ່ານ ສີລັດ ແສງດາລາ ກໍາມະການພັກແຂວງ, ຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ເປັນກໍາມະການ.
16) ທ່ານ ນາງ ສູ່ງ ແກ້ວໂພໄຊ ກໍາມະການພັກແຂວງ, ປະທານສະຫະພັນກໍາມະບານແຂວງ ເປັນກໍາມະການ.
17) ທ່ານ ພັອ ຫຸມແພງ ອິນທະຈັກ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5, ຮອງປະທານສະພາປະຊາຊົນແຂວງບໍ່ແກ້ວ ເປັນກໍາມະການ
18) ທ່ານ ພັທ ຫົງແກ້ວ ວັນນະສານ ປະທານສະຫະພັນນັກຮົບເກົ່າແຂວງ ເປັນກໍາ ມະການ
19) ທ່ານ ບົວຮອງ ແກ້ວສຸບັນ ຮັກສາການ ເລຂາທິການສະພາປະຊາຊົນແຂວງ ເປັນກໍາມະການ
ພ້ອມກັນນີ້, ໄດ້ແຕ່ງຕັ້ງ ຄະນະປະຈໍາການ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ປະກອບມີ 8 ທ່ານ, ຍິງ 1 ທ່ານ ເຊິ່ງມີລາຍຊື່ ບັນດາທ່ານ ດັ່ງນີ້:
1). ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາພັກແຂວງ ເປັນຫົວໜ້າ.
2) ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5, ປະ ທານສະພາປະຊາຊົນແຂວງບໍ່ແກ້ວ ເປັນຮອງຫົວໜ້າ.
3) ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງ ເປັນກໍາມະການ.
4) ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງເປັນກໍາມະການ.
5) ທ່ານ ພົຈວ ຈັນພອນເພັດ ຄໍາສີ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ ເປັນກໍາມະການ.
6) ທ່ານ ຂັນທອງ ທໍາມະວົງ ຄະນະປະຈໍາພັກແຂວງ, ຫົວໜ້າພະແນກການເງິນແຂວງ ເປັນກໍາມະການ.
7) ທ່ານ ພັອ ຫຸມແພງ ອິນທະຈັກ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5, ຮອງປະທານສະພາປະຊາຊົນແຂວງບໍ່ແກ້ວ ເປັນກໍາມະການ
😎 ທ່ານ ຄໍາຈັນ ອິນທະຈັກ ກໍາມະການພັກແຂວງ,ຮອງປະທານສະພາປະຊາຊົນແຂວງ ເປັນກໍາມະການ
ໄດ້ແຕ່ງຕັ້ງ ອະນຸກໍາມະການຊ່ວຍວຽກ 5 ອະນຸກໍາມະການ ເຊິ່ງເປັນເສນາ ທິການໃກ້ແກ່ຄະນະກໍາມະການເລືອກຕັ້ງເຊິ່ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລະ ຄະນະປະຈໍາການດັ່ງກ່າວ ມີສິດ ແລະ ໜ້າທີ່ນໍາພາ-ຊີ້ນໍາການຈັດຕັ້ງດຳເນີນການກະກຽມ ແລະ ເລືອກຕັ້ງ ໃຫ້ຖືກຕ້ອງຕາມລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການ, ຮັບປະກັນໃຫ້ການເລືອກຕັ້ງ ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້. ເພື່ອຮັບປະກັນໃຫ້ການດໍາເນີນການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ມີປະສິດທິພາບ, ປະສິດທິຜົນ ແລະ ສໍາເລັດຜົນທັນຕາມກໍານົດເວລາທີ່ກໍານົດໄວ້; ໃນຕອນເຊົ້າວັນທີ 1 ທັນວາ 2025 ນີ້, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງຕົນ ພາຍໃຕ້ການເປັນປະທານຂອງທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາພັກແຂວງ ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຫົວໜ້າຄະນະປະຈໍາການຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອພິຈາລະນາ ແລະ ຕົກລົງວຽກງານສໍາຄັນທີ່ຈໍາເປັນ ແລະ ຮີບດ່ວນ ຈໍານວນໜຶ່ງ ໃນການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຊິ່ງມີເນື້ອໃນ ແລະ ຜົນສໍາເລັດ ດັ່ງນີ້:
- ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ເຊື່ອມຊຶມມະຕິສະບັບເລກທີ່ 26/ກມສພ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
- ເຊື່ອມຊືມ ມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V. ( ສະບັບເລກທີ 106/ຄປຈຂ, ລົງວັນທີ 24 ຕຸລາ 2025)
ວັນທີ 22 ທັນວາ 2025 ໄດ້ເປີດກອງປະຊຸມ ເທື່ອທີ 2 ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໂດຍພາຍໃຕ້ການເປັນປະທານກອງປະຊຸມ ຂອງທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາພັກແຂວງ ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເຂົ້າຮ່ວມບັນດາທ່ານ ຮອງປະທານ, ຄະນະກໍາມະການເລືອກຕັ້ງ ແລະ ບັນທ່ານ ຫົວໜ້າອະນຸກໍາມະການ 5 ອານຸກໍາມະການເຂົ້າຮ່ວມ;
- ເຊື່ອມຊຶມມະຕິຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ໃນນີ້, ໄດ້ກຳນົດລະອຽດກ່ຽວກັບສິດ ແລະ ໜ້າທີ່ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລະ ຄະນະປະຈໍາການ; ( ສະບັບເລກທີ 01/ຄລຂ, ລົງວັນທີ 18 ທັນວາ 2025).
4.ເຊື່ອມຊືມ ແຜນການດໍາເນີນງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ໃນນີ້, ໄດ້ກຳນົດລະອຽດກ່ຽວກັບຈຸດປະສົງ ແລະ ລະດັບຄາດໝາຍ, ທັດສະນະຊີ້ນຳ, ທິດທາງ, ວຽກຈຸດສຸມ ແລະ ບາດກ້າວດຳເນີນການກະກຽມການເລືອກຕັ້ງ ແຕ່ນີ້ຈົນຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດໃໝ່ ( ສະບັບເລກທີ 02/ຄລຂ, ລົງວັນທີ 18 ທັນວາ 2025)
- ເຊືອມຊືມມະຕິຂອງຄະນະກໍາມະການເລືອກຕັ້ງຂັ້ແຂວງ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວວຽກງານຂອງບັນດາອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເຊິ່ງລວມມີ 5 ອະນຸກໍາມະການ ຄື: (1) ອະນຸກໍາມະການເລຂານຸການ; (2) ອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ; (3) ອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ; (4) ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; (5) ອະນຸກໍາມະການບໍລິຫານ ແລະ ງົບປະມານ.( ສະບັບເລກທີ 03/ຄລຂ, ລົງວັນທີ 18 ທັນວາ 2025)
ເພື່ອຜັນຂະຫຍາຍມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງແທດເຖິງ, ທັນເວລາ ແລະ ເກີດຜົນເປັນຕົວຈິງ. ພ້ອມທັງດໍາເນີນໄປຕາມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V. ໃນນາມຄະນະກໍາມະການເລືອກຕັ້ງຂັ້ນແຂວງຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ກໍຄືຊາວແຂວງບໍ່ແກ້ວ ທຸກທົ່ວໜ້າ ແລະ ຜູ້ມີສິດເລືອກຕັ້ງ ນັບແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນຊອກຮູ້ຮໍ່າຮຽນກ່ຽວກັບກົດໝາຍ ແລະ ລະບຽບການເລືອກຕັ້ງ, ຍົກສູງຈິດໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າກະກຽມ ແລະ ເຂົ້າຮ່ວມຂະບວນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ທີ່ຈະມາເຖິງໃນວັນທີ 22 ກຸມພາ 2026 ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້, ເພື່ອເຮັດໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເທື່ອນີ້ ໃຫ້ຮັບປະກັນ 100% ໃນແຕ່ລະດ້ານ.
ຂ່າວ: ບຸນຈັນ ມະນີໄຊ ວັນທີ 6 ມັງກອນ 2026.
ແອດມິນ: ທ ວົງປັນຍາ.



