ຕອນເຊົ້າຂອງວັນທີ 15 ມີນາ 2026 ທ່ານ ພົອ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວໂອກາດມາເຖິ່ງກໍ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ພ້ອມດ້ວຍຄະນະນຳຂອງແຂວງ ທີ່ເດີ່ນບິນກົມການເມືອງ (ພູ106). ຈຸດປະສົງໃນການເດີນທາງມາເຮັດວຽກຢູ່ແຂວງບໍ່ແກ້ວໃນຄັ້ງນີ້ເພື່ອມາເຂົ້າຮ່ວມພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວຢ່າງເປັນທາງການ ເພື່ອຮັບປະກັນເຮັດໃຫ້ແຂວງບໍ່ແກ້ວ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ຄວາມໝັ້ນຄົງມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ແຂວງບໍ່ແກ້ວມີຄວາມສະຫງົບປອດໄພຢ່າງຕັ້ງໜ້າ.






ພາບ-ຂ່າວ: ບຸນຈັນ ມະນີໄຊ ວັນທີ 16 ມີນາ 2026.
ແອດມິນ: ທອງຈັນ ວງປັນຍາ.



