

ທ່ານ ຮອງນາຍົກລັດຖະມົນຕີ ລົງຕິດຕາມຊຸກຍູ້ການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ຫາ
ຫ້ວຍແອນ ເມືອງປາກທາ ແຂວງບໍ່ແກ້ວ
ໃນວັນທີ 8 ມີນາ 2026 ນີ້ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນການພັກ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ແລະ ການນຳຂອງແຂວງບໍ່ແກ້ວ ໄດ້ລົງຕິດຕາມຊຸກຍູ້ການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ຫາ ຫ້ວຍແອນ(ຂົວຂ້າມນ້ຳຂອງກ້ອນຕື່ນ) ເມືອງປາກທາ ເພື່ອເບິ່ງຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ດຳເນີນໄປຕາມແຜນທີ່ວາງໄວ້, ເຊິ່ງໄດ້ເລັ່ງໃສ່ການກໍ່ສ້າງແຕ່ເຂດຫ້ວຍຊາຍນ້ອຍ ຫາເມືອງປາກທາ ແຕ່ຈັດຕັ້ງປະຕິບັດເປັນແຕ່ລະໄລຍະປະມານ 5-10 ກິໂລແມັດ ແມ່ນຕ້ອງໄດ້ປູຢາງໃຫ້ສຳເລັດເລີຍ, ປະຈຸບັນການກໍ່ສ້າງແຕ່ເຂດຫ້ວຍຊາຍນ້ອຍ ຫາ ບ້ານດອນສະຫັວນ ແມ່ນຢູ່ໃນໄລຍະປັບຍົກລະດັບໜ້າທາງ, ເຊິ່ງເຫັນວ່າມີຄວາມຄືບໜ້າແລ້ວ 30 ກວ່າ%, ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ຫ້ວຍຊາຍນ້ອຍ ຫາ ຫ້ວຍແອນແມ່ນມີຄວາມຍາວ 53 ກິໂລແມັດ, ໜ້າທາງກວ້າງ 8 ແມັດ, ປູຢາງ 7ກວ້າງ ແມັດ, ມູນຄ່າການກໍ່ສ້າງ 318 ຕື້ກວ່າກີບ,ໄລຍະການຈັດຕັ້ງປະຕິບັດ 4 ປີ ໂດຍກຸ່ມບໍລິສັດ ດວງຈະເລີນ ເປັນຜູ້ຮັບເໝົາກໍ່ສ້າງ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ວັນທີ 3 ກໍລະກົດ 2023 ເປັນຕົ້ນມາ, ເຊິ່ງລາຊ້າພໍສົມຄວນ ຍ້ອນຂາດເຂີນທາງດ້ານງົບປະມານຊຳລະຕາມສັນຍາ, ການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ຫ້ວຍຊາຍນ້ອຍ ຫາ ຫ້ວຍແອນ ຖືເປັນເສັ້ນທາງທີ່ສຳຄັນ ທາງດ້ານຢຸດທະສາດ, ແຫຼ່ງຖານການຜະລິດທີ່ເປັນທ່າແຮງທາງດ້ານເສກຖະກິດ ແລະ ສ້າງຄວາມສະດວກໃນການສັນຈອນຜ່ານໄປ-ມາຂອງປະຊາຊົນ 2 ເມືອງ ຄື: ປາກທາ ແລະ ຜາອຸດົມ, ທັງເປັນເສັ້ນທາງເຊື່ອມຕໍ່ຫາແຂວງໄຊຍະບູລີ ລົງສູ່ນະຄອນຫຼວງວຽງຈັນ.
ຈາກນັ້ນທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນການພັກ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ແລະ ການນຳຂອງແຂວງບໍ່ແກ້ວ ໄດ້ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນຕາມລຳແມ່ຂອງ,ໂດຍສະເພາະແມ່ນຢູ່ເຂດຕະຝັ່ງແມ່ນຳ້ຂອງໜ້າພະແນກການເງິນແຂວງ, ເຊິ່ງຢູ່ໃນໄລຍະຖົມດິນຍົກລະດັບຕາມຕະຝັ່ງເພື່ອກະກຽມວາງຫີນແຂງປ້ອງກັນຕະຝັ່ງເຈື່ອນ, ໂຄງການປ້ອງກັນຕະຝັ່ງເຈື່ອມແມ່ນມີຄວາມຍາວ 3.692 ແມັດ ແຕ່ຈຸດມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ, ມີມູຄ່າການກໍ່ສ້າງ 350 ກວ່າຕື້ກີບ ໂດຍແມ່ນບໍລິສັດແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ, ຂົວທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວ ເປັນຜູ້ຮັບເໜົາ, ໄດ້ເລີ່ມລົງມືກໍ່ສ້າງ 22/5/2025 ເປັນຕົ້ມມາເຫັນວ່າປະຕິບັດໄດ້ 3,35%.



