ວັນທີ 9 ເມສາ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມ ເມືອງຜາອຸດົມ ໄດ້ຈັດພິທີ ປິດຊຸດຝຶກອົບຮົມມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈຳປີ 2026 ເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງຜາອຸດົມ, ມີສະຫາຍ ຄຳຝັ້ນ ສໍແອນົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີມະຫາຊົນຜູ້ກ້າວໜ້າ, ຄູຝຶກ ແລະ ຄະນະຮັບຜິດຊອບຈາກຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ.
ຜ່ານການຝຶກອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ເປັນເວລາ 3 ວັນ ໂດຍເລີມແຕ່ ວັນທີ 7 ເມສາ ຫາ ວັນທີ 9 ເມສາ 2026ນີ້ ເຫັນວ່າ: ຜູ້ເຂົ້າຝຶກອົບຮົມ ແມ່ນມີຄວາມຮັບຮູ້ຕໍ່ບົດຮຽນ ທີ່ຖືກຕ້ອງກັບນະໂຍບາຍຂອງພັກ-ລັດ ເຊິ່ງມັນໄດ້ກາຍເປັນພື້ນຖານໃຫ້ແກ່ການໝູນໃຊ້ເຂົ້າໃນວຽກງານຕົວຈິງ, ສາມາດປັບປຸງໄດ້ທັດສະນະຫຼັກໝັ້ນ ທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີທັດສະນະມະຫາຊົນ ຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ໃນຕໍ່ໜ້າ ໂດຍໄດ້ຜ່ານການປະເມີນການຂຽນບົດຄວາມຮັບຮູ້ ເຊິ່ງສາມາດສະແດງອອກດັ່ງນີ້: ດີຫຼາຍ 04 ສະຫາຍ, ຍິງ 03 ສະຫາຍ; ດີ 13 ສະຫາຍ, ຍິງ 08 ກາງ 01 ສະຫາຍ, ຍິງ 01 ສະຫາຍ.
ຈາກນັ້ນພິທີ ກໍ່ໄດ້ມອບໃບຢັ້ງຍືນ ສໍາເລັດການຮຽນເອກະສານ ອົບຮົມມະຫາຊົນ ຜູ້ທີ່ຈະຫຍາຍເຂົ້າເປັນສະມາຊິກພັກ ໃຫ້ກັບມະຫາຊົນທັງ 17 ສະຫາຍ, ຍິງ 11 ສະຫາຍ, ມອບໂດຍ ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງ ພ້ອມທັງ ມີຄໍາເຫັນເໜັ້ນໜັກ ໃຫ້ບັນດາສະຫາຍມະຫາຊົນທີ່ໄດ້ເຂົ້າອົບຮົມຄັ້ງນີ້: ຈົ່ງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທໍາປະຕິບັດ ແລະ ແບບແຜນວິທີ່ເຮັດວຽກ ເພື່ອກຽມພ້ອມທາງດ້ານມາດຖານເງື່ອນໄຂໃຫ້ຄົບຖ້ວນໃນການເຂົ້າເປັນສາມາຊິກພັກ,ໃຫ້ນໍາເອົາຄວາມຮູ້ທີ່ໄດ້ຮຽນມາເຂົ້າສູ່ພຶດຕິກໍາຕົວຈິງໃນການເຮັດວຽກ ໃຫ້ມີການຫັນປ່ຽນ, ມີການປັບປຸງປ່ຽນແປງ ໃນທາງທີ່ດີກວ່າເກົ່າ, ຕັ້ງໜ້າພັດທະນາຕົນເອງທາງດ້ານວິຊາສະເພາະ ພັດທະນາການຈັດຕັ້ງຂອງພັກ-ລັດ, ຄຽງຄູ່ກັບການຮຽນຮູ້ເອົາວິທະຍາສາດ, ວິທະຍາການອັນໃໝ່ໆຂອງສາກົນໃຫ້ທັນກັບສະພາບການປ່ຽນແປງໃໝ່ ໃນເງື່ອນໄຂປັດຈຸບັນ, ຄະນະຮັບຜິດຊອບກໍຄືຄູອາຈານ ຕ້ອງໄດ້ສືບຕໍ່ແຜນການຮຽນ-ການສອນໃນຕໍ່ໜ້າ ໃຫ້ມີການປະສານສົມທົບກັນຢ່າງເປັນປົກກະຕິ ຕ້ອງໄດ້ສະຫຼຸບທອດຖອນບົດຮຽນ ເພື່ອຊອກໃຫ້ເຫັນຈຸດດີ-ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ພ້ອມກັນຊອກຫາວິທີການແກ້ໄຂໃນຕໍ່ໜ້າໃຫ້ທັນກັບເວລາ.









ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວ-ສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 9 ເມສາ 202
ແອດມິນ: ທອງຈັນ ວົງປັນຍາ.



