ຄະນະໂຄສະນາອົບຮົມແຂວງ ແລະ ໂຮງຮຽນ ການເມືອງ-ການປົກຄອງແຂວງ ຮັບໃບຢັ້ງຢືນ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

 

ໃນຕອນເຊົ້າຂອງວັນທີ 24 ກັນຍາ 2024 ຄະນະໂຄສະນາອົບຮົມແຂວງ ແລະ ໂຮງຮຽນ ການເມືອງ-ການປົກຄອງແຂວງ ໄດ້ຈັດພິທີ່ມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ແລະ ໜ່ວຍພັກ ໂຮງຮຽນ ການເມືອງ-ການປົກຄອງແຂວງ ຂື້ນຢູ່ທີ່ ຫ້ອງປະຊຸມໃຫຍ່ຂອງ ຮປຂ. ໂດຍການເຂົ້າຮ່ວມ ພ້ອມທັງເປັນປະທານຂອງ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີ ສະຫາຍ ສົມພອນ ອິນຕະວົງ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ສະຫາຍ ສົມສັກ ປິນແກ້ວ ກຳມະການພັກແຂວງ ຫົວໜ້າ ໂຮງຮຽນການເມືອງ-ການປົກຄອງແຂວງ, ເປັນປະທານພິທີ່ ມີບັນດາແຂກຮັບເຊີນ, ສະມາຊິກພັກ ຂອງ ຄະນະໂຄສະນາອົບຮົມແຂວງ ແລະ ໂຮງຮຽນການເມືອງ-ການປົກຄອງແຂວງ ເຂົ້າຮ່ວມ 33 ສະຫາຍ, ຍິງ 11 ສະຫາຍ.

ໃນພິທີ່ດັ່ງກ່າວ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ໄດ້ຍ້ອງຍໍຊົມເຊີຍ ຄະນະພັກທັງສອງໜ່ວຍພັກທີ່ໄດ້ນຳພາຊີ້ນຳສະມາຊິກພັກ ເຄື່ອນໄຫວຕາມສິດພາລະບົດບາດ ແລະ ໜ້າທີ່ການເມືອງມີຜົນສໍາເລັດອັນໃຫຍ່ຫຼວງ. ໂອກາດດັ່ງກ່າວສະຫາຍຍັງໄດ້ໃຫ້ຄຳເຫັນຊີ້ນຳເນັ້ນໜັກບາງບັນຫາກ່ຽວກັບການສ້າງໜ່ວຍພັກຕາມ 5 ຫຼັກການ 3 ທິດນຳ, ການກຳແໜ້ນແນວທາງນະໂຍບາຍຂອງພັກ, ການເຕົ້າໂຮມຄວາມສາມັກຄີພາຍໃນພັກ, ການນຳພາເປັນໝູ່ຄະນະແບ່ງຄວາມຮັບຜິດຊອບ ແລະ ການຕິດຕາມກວດກາຕິລາຄາການຊີ້ນໍາ-ນໍາພາການເຄື່ອນໄຫວຂອງຄະນະພັກ-ສະມາຊິກພັກໃນແຕ່ລະໄລຍະ.

ໃນພິທີ່ ສະຫາຍຕາງໜ້າຄະນະພັກ ທັງສອງພາກສ່ວນໄດ້ ຂື້ນມີຄຳເຫັນຮັບເອົາຄຳເຫັນຊີ້ນຳ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນໃນຕໍ່ໜ້າ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງໜ່ວຍພັກໃຫ້ມີຄວາມປອດໃສ-ເຂັ້ມແຂງ ແລະ ໜັກແໜ້ນ, ຮັກສາມມູນເຊື້ອດັ່ງກ່າວນີ້ ໃຫ້ໄດ້ຫຼາຍປີຕິດຕໍ່ກັນຕະຫຼອດໃປ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa