ທ່ານ ເພັງສອນ ແກ້ວວິໄລ ເຮເລຂາພັກແຂວງ
ທ່ານ ສົມພອນ ອິນຕະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ
ທ່ານ ອຸນແສງ ທຸນອິນໄຈ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ
ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງໃຫ້ແກ້ ສະຫາຍ ສົມພອນ ອິນຕະວົງ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກ່ອນອອກພັກການ-ຮັບອຸດໜູນບຳນານ ແລະ ສະຫາຍ ອຸນແສງ ທຸນອິນໄຈ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ທີ່ຈະຍົກຍ້າຍໄປຮັບໜ້າທີຢູ່ບ່ອນໃໝ່ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານຂົງເຂດ ພັກພະນັກງານ, ມີບັນດາແຂກຖືກເຊີນ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນຂອງຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 5 ສະຫາຍ.
ໃນກອງປະຊຸມ ສະຫາຍ ສົມພອນ ອິນຕະວົງ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານຊີ້ນຳ-ນຳພາ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະ 1 ປີ ທີ່ດຳລົງຕຳແໜ່ງເປັນຫົວໜ້າ ຢູ່ຄະນະໂຄສະນາອົບຮົມແຂວງ ແຕ່ປີ 2024-2025 ທີ່ຜ່ານມາ.
ຫຼັງຈາກນັ້ນ ສະຫາຍ ອຸນແສງ ທຸນອິນໄຈ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາ ຜົນງານການເຄື່ອນໄຫວວຽກງານຊີ້ນຳ-ນຳພາ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະ 5 ປີ ທີ່ດຳລົງຕຳແໜ່ງເປັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແຕ່ປີ 2020-2025 ທີ່ຜ່ານມາ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ເພັງສອນ ແກ້ວວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນດີເດັ່ນທີ່ທັງສອງສະຫາຍຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ 2 ສະຫາຍ ຮັບຮູ້ເຂົ້າໃຈຫຼັກການຂອງພັກ, ພະນັກງານການນຳພາຄຸ້ມຄອງ ແລະ ວິຊາການມີເຂົ້ມີອອກ, ມີການຍົກຍ້າຍຊັບຊ້ອນ ແລະ ພັດປ່ຽນໜ້າທີຕຳແໜ່ງ ພ້ອມທັງໃຫ້ທິດຊີ້ນຳພະນັກງານຜູ້ທີ່ຈະສືບຕໍ່ ປະຕິບັດໜ້າທີ່ໃຫ້ພ້ອມກັນສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ. ປະຕິບັດໜ້າທີວິຊາສະເພາະໃຫ້ມີຄວາມຄ່ອງແຄວ, ວ່ອງໄວ້ ແລະ ກ້າວເຂົ້າສູ່ເປັນມື້ອາຊີບ.
ໃນໂອກາດທ້າຍກອງປະຊຸມ ທັງສອງສະຫາຍກໍ່ໄດ້ສະແດງ ຄວາມຂອບອົກຂອບໃຈ ການນຳຂັ້ນສູງທີ່ໄດ້ໃຫ້ການຊີ້ນຳ-ນຳພາວຽກງານໂຄສະນາອົບຮົມຕະຫຼອດມາ.
ພາບຖ່າຍ: ສອນຫຼ້າ ລີໄຊຢາງ
ຂຽນຂ່າວ: ທອງຈັນ ວົງປັນຍາ
ກວດແກ້: ກົງເພັດ ຈັນສະຫວ່າງ