ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນ ຊຸດທີ I ປີ 2025

 

ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ເປີດຮຽນສະໜັບສະໜູນພັກ ໃຫ້ມະຫາຊົນກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ຊຸດທີ I ພິທີດັ່ງກ່າວໄດ້ເປີດຂຶ້ນໃນວັນທີ 22-23 ມັງກອນ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸ່ນແສງ ທຸນອິນໃຈ ຮອງເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ມີພະນັກງານຫຼັກແຫຼ່ງຂອງຄະນະໂຄສະນາອົບຮົມແຂວງ ແລະມະຫາຊົນກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າພັກເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 4 ສະຫາຍ, ໃນນີ້ມີມະຫາຊົນກ້າວໜ້າ 16  ສະຫາຍ, ຍິງ 3 ສະຫາຍ.

ພິທີເປີດຮຽນສະໜັບສະໜູນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມຮັບຮູ້ພື້ນຖານໃຫ້ແກ່ມະຫາຊົນກ້າວໜ້າ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັຄວາມເປັນມາ, ອຸດົມການ ແລະທາດແທ້ຂອງພັກປະຊາຊົນ ປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ຂອງມະຫາຊົນກ້າວໜ້າທີ່ຈະເຂົ້າເປັນສະມາຊິກພັກ.

ບົດຮຽນທີ່ນຳມາສອນປະກອບມີ 13 ຄຳຖາມ-ຄຳຕອບ ຄື: ພັກການເມືອງແມ່ນຫຍັງ ແລະ ເປັນຫຍັງຈື່ງຕ້ອງມີພັກການເມືອງ, ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນຄືແນວໃດ, ພັກປະຊາຊົນ ປະຕິວັດລາວ ແມ່ນພັກແນວໃດ, ພັກປະຊາຊົນ ປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່, ພັກປະຊາຊົນ ປະຕິວັດລາວ ມີລະບົບສາຍໃຍການຈັດຕັ້ງຄືແນວໃດ, ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນແນວໃດ, ພັກປະຊາຊົນປະຕິວັດລາວ ມີວັດຖຸປະສົົງ ແລະອຸດົມການຄືແນວໃດ, ພັກປະຊາຊົນ ປະຕິວັດລາວ ມີທາດແທ້ຄືແນວໃດ, ມາດຖານຂອງສະມາຊິກພັກ ແລະເງື່ອນໄຂມະຫາຊົນຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວຄືແນວໃດ, ສະມາຊິກພັກມີໜ້າທີ, ພັນທະ ແລະມີຜົນປະໂຫຍດຫຍັງແດ່, ຂໍ້ຫ້າມສຳລັບສະມາຊິກພັກປະຊາຊົນປະຕິວັດລາວ, ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວເພື່ອຫຍັງ ແລະຖ້າໄດ້ເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ.

ຜ່ານການຮຽນ-ການສອນ ຂອງຄະນະຮັບຜິດຊອບຊຸດອົບຮົມໃນຄັ້ງນີ້ ສາມາດຕີລາຄາຄວາມຮັບຮູ້ ແລະ ເຂົ້າໃຈ ຂອງມະຫາຊົນກ້າວໜ້າ ໄດ້ມີຄວາມຮັບຮູ້ເຂົ້າໃຈຕໍ່ບົດຮຽນ ແຕ່ລະສະຫາຍໄດ້ 90% ຂື້ນໄປ.

ພ້ອມນັ້ນໃນພິທີປິດຮຽນສະໜັບສະໜູນຄັ້ງນີ້ ສະຫາຍ ອຸ່ນແສງ ທຸນອິນໃຈ ຮອງເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ປະທານປິດການຮຽນ-ການສອນ. ສະຫາຍ ຍັງໄດ້ໃຫ້ຄໍາເຫັນຊີ້ນໍາຕໍ່ມະຫາຊົນກ້າວໜ້າ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຕາມການມອບໝາຍ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ກຳແໜ້ນຫຼັກການຂອງພັກປະຊາຊົນ ປະຕິວັດລາວ ແລະ ບົດຮຽນທີ່ໄດ້ສຶກສາຮຽນໃນຄັ້ງນີ້ ເພື່ອສ້າງເງື່ອນໄຂເຂົ້າຮຽນ ກົດລະບຽບຂອງພັກໃນຂັ້ນຖັດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa