ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມດຳເນີນຊີວິດການເມືອງ ປະຈຳປີ 2024

http://ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມດຳເນີນຊີວິດການເມືອງ ປະຈຳປີ 2024

ຄະນະປະທານ ກອງປະຊຸມ

ຮູບແຂກ ແລະ ສະມາຊິກພັກ ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ

 

 

ໃນຕອນເຊົ້າຂອງວັນທີ 21 ພະຈິກ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງ ຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ, ໜ່ວຍພັກ ແລະ ປະເມີນຜົນ ພະນັກງານ-ລັດຖະກອນ ປະຈຳປີ 2024 ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານຂົງເຂດ ພັກພະນັກງານ, ສະຫາຍ ສົມພອນ ອິນຕະວົງ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ແລະ ສະມາຊິກພັກພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 5 ສະຫາຍ.

ໃນກອງປະຊຸມ ສະຫາຍ ສີໂພໄຊ ວິຫາລາດ ກຳມະການໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານບົດສະຫຼຸບລາຍງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ສະຫາຍ ກ່າວວ່າ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍພັກທີ່ຂຶ້ນກັບການຊີ້ນໍາ-ນໍາພາໂດຍກົງຂອງຄະນະປະຈຳພັກແຂວງ ເປັນເສນາທິການທາງດ້ານການເມືອງ-ແນວຄິດ, ນໍາເອົາແນວທາງນະໂຍບາຍຂອງພັກໄປຈັດຕັ້ງຜັນຂະຫຍາຍ, ແລະ ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການດໍາເນີນເຄື່ອນໄຫວວຽກງານໂຄສະນາອົບຮົມເຜີຍແຜ່ແນວທາງການເມືອງຂອງພັກໃຫ້ທຸກຂົງເຂດວຽກງານໃນທຸກແຂວງ.

ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ເພັງສອນ ແກ້ວວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ຄະນະພັກ ແລະ ສາມາຊິກພັກ ຈົ່ງສືບຕໍ່ຮັກສາມູນເຊື້ອ, ການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜນ ແລະ ສືບຕໍ່ນໍາເອົາແນວທາງຂອງພັກເຜີຍແຜ່ເຊື່ອມຊຶມໃຫ້ ສະມາຊິກພັກ-ພະນັກງານ ໃຫ້ເປັນປົກະຕິ, ເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດ, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ ຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງ ເພື່ອເປັນການປະກອບສ່ວນ ຊ່ວຍໃນການສຶກສາອົບຮົມການເມືອງ-ແນວຄິດໃນທົ່ວສັງຄົມ ແຂວງ ບໍ່ແກ້ວໃຫ້ມີຄວາມເປັນເອກະພາບ ແລະ ເປັນໜື່ງອັນດຽວກັນຕາມແນວທາງຂອງພັກວາງອອກ.

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa