ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນພັກ ໃຫ້ມະຫາຊົນກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ

http://ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນພັກ ໃຫ້ມະຫາຊົນກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ

 

 

 

 

ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ເປີດຮຽນສະໜັບສະໜູນພັກ ໃຫ້ມະຫາຊົນກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ຊຸດທີ IV ພິທີດັ່ງກ່າວ, ວັນທີ 11-12 ກັນຍາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸນແສງ ທຸນອິນໃຈ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາພະນັກງານຫຼັກແຫຼ່ງຂອງ ຄະນະໂຄສະນາອົບຮົມແຂວງ ແລະ ມະຫາຊົນກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າພັກເຂົ້າຮ່ວມ ທັງໝົດ 14 ສະຫາຍ, ຍິງ 5 ສະຫາຍ, ໃນນີ້ມີ ມະຫາຊົນກ້າວໜ້າ 9 ສະຫາຍ, ຍິງ 4 ສະຫາຍ,

   ຊຸດເປີດຮຽນສະໜັບສະໜູນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມຮູ້ພື້ນຖານໃຫ້ແກ່ ມະຫາຊົນກ້າວໜ້າ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດສາດ, ຄວາມເປັນມາ, ອຸດົມການ ແລະ ທາກແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງ ມະຫາຊົນກ້າວໜ້າທີ່ຈະເຂົ້າເປັນສະມາຊິກພັກ.

   ບົດຮຽນທີ່ນຳມາສອນປະກອບມີ 13 ຄຳຖາມ-ຄຳຕອບ ຄື: ພັກການເມືອງແມ່ນຫຍັ້ງ ແລະ ເປັນຫຍັງຈື່ງຕ້ອງມີພັກການເມືອງ, ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂື້ນຄືແນວໃດ, ພັກປະຊາຊົນປະຕິວັດລາວ ແມ່ນພັກແນວໃດ, ພັກປະຊາຊົນປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່, ພັກປະຊາຊົນປະຕິວັດລາວ ມີລະບົບສາຍໃຍການຈັດຕັ້ງຄືແນວໃດ, ພັກປະຊາຊົນປະຕິວັດລາວ ປະກອບດ້ວຍບຸກຄົນແນວໃດ, ພັກປະຊາຊົນປະຕິວັດລາວ ມີວັດຖຸປະສົົງ ແລະ ອຸດົມການຄືແນວໃດ, ພັກປະຊາຊົນປະຕິວັດລາວ ມີທາດແທ້ຄືແນວໃດ, ມາດຖານຂອງສະມາຊິກພັກ ແລະ ເງື່ອນໄຂມະຫາຊົນຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວຄືແນວໃດ, ສະມາຊິກພັກມີໜ້າທີ, ພັນທະ ແລະ ມີຜົນປະໂຫຍດຫຍັງແດ່, ຂໍ້ຫ້າມສຳລັບສະມາຊິກພັກປະຊາຊົນປະຕິວັດລາວ, ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວເພື່ອຫຍັງ ແລະ ຖ້າໄດ້ເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ.

  ຜ່ານການຮຽນ-ການສອນ ຂອງຄະນະຮັບຜິດຊອບຊຸດອົບຮົມໃນຄັ້ງນີ້ ສາມາດຕີລາຄາຄວາມຮັບຮູ້ ແລະ ເຂົ້າໃຈຂອງມະຫາຊົນກ້າວໜ້າໄດ້ມີ ຄວາມຮັບຮູ້ເຂົ້າໃຈຕໍ່ບົດຮຽນ ແຕ່ລະສະຫາຍ 95% ຂື້ນໃປ.

   ພ້ອມນັ້ນໃນພິທີປິດຮຽນສະໜັບສະໜູນຄັ້ງນີ້ໂດຍ ທ່ານ ສົມພອນ ອິນຕະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ. ປະທານປິດການຮຽນ-ການສອນຍັງໄດ້ໃຫ້ຄຳເຫັນຊີ້ນຳຕໍ່ ມະຫາຊົນກ້າວໜ້າ ໃນນັ້ນໃຫ້ເພີ່ມທະວີຄວນເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຕາມການມອບໝາຍ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ. ໃນດ້ານຕ່າງໆ ເພື່ອສ້າງເງື່ອນໄຂເຂົ້າຮຽນ ກົດລະບຽບຂອງພັກໃນຂັ້ນຖັດໃປ.

 

 

 

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa