ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງ ບໍ່ແກ້ວ
ທ່ານ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ
ທ່ານ ພຸດສະຫວັນ ແກ້ວວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ຈັດຕັ້ງປາຖະກະຖາ ວັນຍຶດອຳນາດທົ່ວປະເທດ ຄົບຮອບ 80 ປີ ແລະ ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 75 ປີ ຂຶ້ນໃນວັນທີ 22 ສິງຫາ 2025 ທີ່ຫໍວັດທະນະທຳແຂວງ ບໍ່ແກ້ວ ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນເຂດເລືອກຕັ້ງທີ V ແຂວງ ບໍ່ແກ້ວ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ຕະຫຼອດຮອດຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ແລະ ສະມາຊິກພັກເຂົ້າຮ່ວມທັງໝົດ 251 ສະຫາຍ, ຍິງ 109 ສະຫາຍ.
ທ່ານ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ ຫົວໜ້າຄະນະໂຄສະາອົບຮົມແຂວງໄດ້ຂຶ້ນປາຖະກະຖາເລົ່າມູນເຊື້ອສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 75 ປີ ໃນຂະບວນວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ ແມ່ນເລີ່ມມີພາສາປາກເວົ້າ ແລະ ຕົວໜັງສື, ຄົນເຮົາກໍເລີ່ມມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປີວ ແລະ ມີໜັງສືພິມ, ວິທະຍຸ,ໂທລະພາບ ແລະ ສື່ແບບໃໝ່ຕາມລຳດັບ ນັ້ນແມ່ນທີ່ມາຂອງການກຳເນີດສື່ມວນຊົນ ປະຫວັດສື່ມວນຊົນລາວ ຍາມໃດກໍຕິດພັນສະນິດແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າສະແດງອອກໃນມື້ສ້າງຕັ້ງແນວລາວອິດສະຫຼະ, ພັກເຮົາກໍໄດ້ສ້າງຕັ້ງໜັງສືພິມປະຕິວັດສະບັບທຳອິດ ແລະ ສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນຄື ວັນທີ 13 ສິງຫາ 1950, ຊຶ່ງແມ່ນທີ່ມາຂອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ມາຮອດປັດຈຸບັນ. ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ໄດ້ຫວນຄືນມູນເຊື້ອວັນຍຶດອຳນາດທົ່ວປະເທດຄົບຮອບ 80 ປີ, ຊາດລາວເປັນຊາດຫນຶ່ງ ທີ່ມີປະຫວັດສາດແຫ່ງການກໍ່ຕັ້ງອັນສະຫງ່າງາມ ແລະ ໄດ້ຖືກປົກປັກຮັກ ສາເປັນເວລາຫລາຍພັນປີມາແລ້ວໄຊຊະນະຄັ້ງປະຫວັດສາດຂອງຊາດລາວ ຊຶ່ງມີຄວາມສຳຄັນທີ່ສຸດສຳລັບປະຊາຊົນລາວເພາະວ່າ: ມັນເປັນຂີດຫມາຍສຳຄັນໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາ ເອກະລາດ ແລະ ອິດສະລະພາບຂອງປະຊາຊົນລາວ, ມັນເປັນເທື່ອທຳອິດ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນລຸກຮື້ຂຶ້ນທັບມ້າງແອກຄອບຄອງຂອງລັດທິລ່າເມືອງຂຶ້ນຝຣັ່ງ, ໄດ້ໂມ່ງບາດຄ້ອນໃສ່ລະບອບສັກດີນາ ທີ່ຄອບງຳປະເທດລາວມາເປັນຫລາຍສະຕະວັດ ແລະ ເປັນການເປີດສາກໃຫ້ແກ່ການເຄື່ອນໄຫວປະຕິວັດລາວກ້າວໄປສູ່ໄລຍະໃຫມ່. ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ນັກຮຽນ-ນັກສຶກສາ ທະຫານ, ຕໍຳຫຼວດ ແລະ ປະຊາຊົນບັນດາເຜົ່າໄດ້ເຊື່ອມຊຶມວັນປະຫວັດສາດສຳຄັນຂອງພັກຂອງຊາດ ພ້ອມທັງເປັນການເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິຕ່າງໆຂອງພັກ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈແຈ້ງກວ່າເກົ່າ, ໂຄສະນາສຶກສາອົບຮົມ ບັນດາຊັ້ນຄົນຕ່າງໆ ໃນທົ່ວສັງຄົມ ໃຫ້ເຂົ້າໃຈຢ່າງເລີກເຊິ່ງຕໍ່ກັບມູນເຊື້ອ ແຫ່ງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ຈຶ່ງສາມາດຍຶດອຳນາດມາມືຂອງປະຊາຊົນລາວ ຢ່າງແທ້ຈິງ.
ພາບຖ່າຍ ແລະ ບົດຂ່າວ: ສອນຫຼ້າ ລີໄຊຢາງ
ແອັດມິນ: ທອງຈັນ ວົງປັນຍາ