ທ່ານ ພຸດສະຫວັນ ວົງໄຊ
ທ່ານ ສົມສັກ ວຽງວິໄລ
ທ່ານ ກົງເພັດ ຈັນສະຫວ່າງ
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ເຊື່ອມຊຶມເອກະສານສຳຄັນໃນການຄົ້ນຄວ້າຄັດເລືອກຜົນງານຂະບວນການແຂ່ງຂັນໃນຫົວຂໍ້ແຂ່ງຂັນ 3 ເຂັ້ມ 3 ບຸກ ຂຶ້ນໃນວັນທີ 5 ສິງຫາ 2025 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ພຸດສະຫວັນ ວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ມີບັນດາຄະນະນຳຂອງຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 14 ສະຫາຍ, ຍິງ 4 ສະຫາຍ.
ໃນວາລະເຊຶື່ອມຊຶມທ່ານ ພຸດສະຫັວນ ວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ຂຶ້ນຜ່ານເອກະສານດຳລັດຂອງລັດຖະບານ ສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019 ວ່າດ້ວຍການແຂ່ງຂັນ-ຍ້ອງຍໍ, ຄຳແນະນຳ ກ່ຽວກັບການຈັດຕັ້ງການແຂ່ງຂັນ ເລກທີ 03/ພນ,ລົງວັນທີ 27 ທັນວາ 2024.ທ່ານ ສົມສັກ ວຽງວິໄລ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ຜ່ານເອກະສານ ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 7 ມັງກອນ 2010 ວ່າດ້ວຍການເພິ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່, ລັດຖະດຳລັດ ຂອງປະທານປະເທດ ເລກທີ 011/ປທ, ລົງວັນ 20 ມັງກອນ 2010; ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ແລະ ທ່ານ ກົງເພັດ ຈັນສະຫວ່າງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ຜ່ານຂໍ້ຕົກລົງຂອງເຈົ້າແຂວງໆ ບໍ່ແກ້ວເລກທີ 1528/ຈຂ, ລົງວັນທີ 11 ທັນວາ 2024; ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາແຂວງ ບໍ່ແກ້ວ, ຜ່ານຂໍ້ຕົກລົງ ຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 131/ຄອຮ. ບກ ລົງວັນທີ 4 ເມສາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳຂໍ້ແຂ່ງຂັນ-ຍ້ອງຍໍ.
ບັນດາເອກະສານທີ່ໄດ້ເຊື່ອມຊຶມໄປນັ້ນໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາການເຄື່ອນໄຫວວຽກງານແຂ່ງຂັນ-ຍ້ອງຍໍ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແນ່ໃສ່ສ້າງເງື່ອນໄຂ, ຊຸກຍູ້ສົ່ງເສີມຫົວຄິດປະດິດສ້າງ ແລະ ຜົນງານດີເດັ່ນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງເຂົ້າຮ່ວມໃນການແຂ່ງຂັນ-ຍ້ອງຍໍ ໄດ້ອະທີບາຍ, ແນະນຳບັນດາເປົ້າໝາຍ, ຮູບການ, ຄາດໝາຍ ແລະ ເນື້ອໃນຂັ້ນຕອນການແຂ່ງຂັນຢ່າງລະອຽດຈະແຈ້ງ-ຊັດເຈນ ໃຫ້ຊອດຄອງກັບສະພາບເງື່ອນໄຂຂອງກະຊວງ, ອົງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະໃຫ້ເປັນຂະບວນການທີ່ແຂງແຮງ, ກວ້າງຂວາງ, ເລິກເຊິ່ງ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດກໍ່ຄືແຂວງ ບໍ່ແກ້ວ.
ແອັດມິນ: ທອງຈັນ ວົງປັນຍາ
ບົດຂ່າວ ແລະ ພາບຖ່າຍ: ສອນຫຼ້າ ລີໄຊຢາງ