ທ່ານ ສົມພອນ ອິນຕະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ
ທ່ານ ປອ ທອງຈັນ ມະນີໄຊ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ
ວັນທີ 2 ທັນວາ 2024 ນີ້, ແຂວງບໍ່ແກ້ວ ໄດ້ຈັດຕັ້ງປະຖະກະຖາຫວນຄືນມູນເຊື້ອວັນຊາດ 2 ທັນວາ ຄົບຮອບ 49 ປີ, ອັນມີຄວາມໝາຍສໍາຄັນທາງດ້ານປະຫວັດສາດໃຫ້ກຽດເລົ່າຄືນໂດຍແມ່ນທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີບັນດາຄະນະນໍາຂອງແຂວງ, ພະນັກງານອາວຸໂສ-ບໍານານ, ສອງກອງບັນຊາການທະຫານ-ຕໍາຫລວດ ແລະ ພະນັກງານຫຼັກແຫຼ່ງອອ້ມຂ້າງແຂວງເຂົ້າຮ່ວມ.
ພິທີໄດ້ຍົກໃຫ້ເຫັນ: ເຫດການສໍາຄັນທາງປະຫວັດສາດແຫ່ງໄຊຊະນະການເຕີບໃຫຍ່ຂະຫຍາຍຕົວຂອງອານາຈັກລາວລ້ານຊ້າງໃນແຕ່ລະໄລຍະ ແລະ ຍົກໃຫ້ເຫັນເຖິງໄຊຊະນະອັນຍິ່ງໃຫຍ່, ການຊີ້ນໍາ ນໍາຂອງພັກ-ລັດຕະຫຼອດໄລຍະຜ່ານມາ. ວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມໝາຍສໍາຄັນສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດລາວເຮົາແມ່ນວັນທີປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ວັດທະນະຖາວອນ ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາ ວັນທີ 2 ທັນວາ ປີ 1975 ວ່າ: “ ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະອັນສົມບູນຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ, ໄຊຊະນະນັ້ນບໍ່ສະເພາະແຕ່ ໄດ້ຟື້ນຟູຄວາມເປັນເອກະລາດຂອງປະເທດເຮົາ ແລະ ຍັງເປັນຄັ້ງທຳອິດທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດຳລົງຊີວິດເປັນທາດໄດ້ກາຍມາເປັນເຈົ້າຂອງແທ້ຈິງຂອງຊາດໜຶ່ງທີ່ມີເອກະລາດ, ມີອິດສະຫຼະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍຄື ຂອງມວນມະນຸດປະກົດເປັນຈິງຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ ”. ທ່ານໄດ້ຍົກຜົນສໍາເລັດໃນການພັດທະນາປະເທດຊາດພາຍຫຼັງໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ພັກ ໄດ້ເປັນແກນນໍາໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ, ນໍາພາປະເທດຊາດກ້າວເດີນຕາມເສັ້ນທາງສັງຄົມນິຍົມ ແລະ ນໍາພາປວງຊົນລາວທັງຊາດປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເຖີງວ່າພົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການກໍຕາມ, ແຕ່ພາຍໃຕ້ການນໍາພາຂອງພັກທີ່ມີການຫັນປ່ຽນໃໝ່ຢ່າງເປັນລະບົບ ແລະ ມີຫຼັກ ການ ເຮັດໃຫ້ສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງໃນແຕ່ລະດ້ານ ເຮັດໃຫ້ເສດຖະກິດ-ສັງຄົມຂອງລາວນັບມື້ເຕີບໃຫຍ່ຂະຫຍາຍຕົວມາຮອດປະຈຸບັນນີ້.
ຈາກນັ້ນ ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ເລົ່າຄືນເຖິ່ງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 104 ປີ, ພ້ອມນັ້ນທ່ານ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານກວດກາພັກ-ອົງການກວດກາລັດແຂວງ ໄດ້ເຜີຍແຜ່ເອກະສານວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 21 ປີນຳອີກ.
ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານສະມາຊິກພັກ – ລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິລະກຳການກອບກູ້ເອົາເອກະລາດ ນຳຄວາມອິດສະຫຼະພາບຂອງສູ່ປະເທດຂອງ ດ້ວຍຈິດໃຈຮັກຊາດ ບໍ່ຍອມຈຳນົນເປັນຂ້ອຍຂ້າຂອງສັດຕູ ທັງເປັນການຈົດຈຳຜົນງານຄູນງາມຄວາມດີຂອງບັນພະບູລຸດລາວຢ່າງແທ້ຈິງ.
ຄັດໄປໃສ່