







ໃນຕອນບ່າຍຂອງວັນທີ 3 ທັນວາ 2025 ນີ້. ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມີພິທີ ຮັບຮອງເອົາສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງສະຫາຍ ຄໍາຝັ້ນ ສໍແອນົງ ກໍາມະການພັກເມືອງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມ ເມືອງ, ມີສະຫາຍ ແສງຈັນ ອຸ່ນສະຫວັດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງ, ມີຄະນະຮັບຜິດຊອບຈາກຫ້ອງການກ່ຽວຂ້ອງພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ພິທີ ຕາງໜ້າໃຫ້ແກ່ສະມາຊິກພັກສົມບູນ ທີ່ຕິດຕາມສະມາຊິກພັກສໍາຮອງເພື່ອເລື່ອນຂຶ້ນສົມບູນ ໄດ້ຢັ້ງຢືນວ່າ ຜູ້ກ່ຽວມີຊີວະປະຫວັດຈະແຈ້ງ, ຂາວສະອາດ, ຖືກຕ້ອງ ຕາມປະຫວັດຂອງພະນັກງານລັດຖະກອນ, ປະຈຸບັນສະຫາຍໄດ້ຖືກບັນຈຸຊັບຊ້ອນ ເຮັດວຽກຢູ່ຄະນະໂຄສະນາອົບຮົມເມືອງໃນໄລຍະ 6 ເດືອນຜ່ານການຕິດຕາມການເຄື່ອນໄຫວຂອງມະຫາຊົນທີ່ ມີຄວາມກ້າວໜ້າ ກໍ່ເຫັນວ່າສະຫາຍໄດ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ ສາມາດໄຈ້ແຍກມິດ ແລະສັດຕູໄດ້ຢ່າງຈະແຈ້ງ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ-ຂອງລັດເປັນຢ່າງດີ, ເຫັນວ່າສະຫາຍໄດ້ມີຄວາມອົດທົນ ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຕົນເອງ, ມີການຄົ້ນຄ້ວາຊອກຮູ້ຮໍ່າຮຽນທິດສະດີມາກ-ເລນິນ, ຮໍ່າຮຽນເອົາແນວທາງປ່ຽນແປງໃໝ່ຂອງພັກ-ລັດ, ມີຄວາມ ຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ-ຕໍ່ລັດ ບໍ່ອ່ຽງຊ້າຍ, ອ່ຽງຂວາ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ແລະສະຫາຍໄດ້ມີວິຊາສະເພາະທີ່ແນ່ນອນ ໃນການ ປະກອບສ່ວນເຂົ້າໃນໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອຍ, ສາມາດບໍລິຫານວຽກງານທີ່ຂັ້ນເທິງມອບ ໝາຍໃຫ້ຈົນສຳເລັດ, ຮູ້ປຶກສາຫາລື, ຮູ້ປະສານງານທັງພາຍໃນ ແລະພາຍນອກໄດ້ດີພໍສົມຄວນ, ຜ່ານມາເຫັນວ່າມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານຂອງຕົນເອງ, ເອົາໃຈໃສ່ໃນການປະຕິບັດວຽກງານ ທີ່ການຈັດຕັ້ງມອບ ໝາຍໃຫ້ຈົນສໍາເລັດຜົນ, ມີການພົວພັນປະສານງານ ກັບພາກສ່ວນອື່ນໄດ້ເປັນຢ່າງດີ, ມີຄວາມຈຸບຈ້າວຫ້າວຫັນ ໃນການເຂົ້າຮ່ວມຂະບວນການອອກແຮງງານ, ເຂົ້າຮ່ວມ ຂະບວນການຫຼິ້ນກິລາ ແລະ ຂະບວນການອື່ນໆ. ຈາກນັ້ນ, ຄະນະຮັບຜິດຊອບຫ້ອງການກ່ຽວຂ້ອງໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງວ່າດ້ວຍການອະນຸມັດສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໃນນີ້, ຄະນະປະຈໍາພັກເມືອງໄດ້ຕົກລົງເຫັນດີເລື່ອນສະຫາຍ ນາງວຽງທອງ ສີລິຄໍາອ້ອຍ ສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ.
ໂອກາດດຽວກັນນີ້, ສະຫາຍ ຄໍາຝັ້ນ ສໍແອນົງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມ ເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ກັບສະຫາຍຜູ້ທີ່ເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໃນຄັ້ງນີ້ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບສະຫາຍ ຜູ້ທີ່ຖືກເລື່ອນຈາກສະມາຊິກພັກສໍາຮອງມາເປັນສົມບູນ ແລະສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຮອງເອົາເປັນສະມາຊິກພັກສົມບູນຈົ່ງກໍາແໜ້ນຕໍ່ພາລະບົດບາດປະຕິບັດຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ຍຶດໝັ້ນປະຕິບັດຕາມ 6 ສິດ ແລະ 5 ໜ້າທີ່ຂອງສະມາຊິກພັກ, ເອົາໃຈໃສ່ ກໍາແໜ້ນປະຕິບັດຕາມ 5 ຫຼັກການ, 3 ທິດນໍາ ແລະ 11 ຂໍ້ຫ້າມຂອງສະມາຊິກພັກເຮັດໃຫ້ຕົນເອງກາຍເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະກາຍເປັນສະມາຊິກພັກຜູ້ດີເດັ່ນໃນຕໍ່ໜ້າ.
ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 8.12.2025.
ແອດມິນ: ທອງຈັນ ວົງປັນຍາ.



