ຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I.

ກອງປະຊຸມໃຫຍ່ ຄັ້ງທີ I ຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ. ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ເມສາ 2026ນີ້ ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍການເປັນປະທານຂອງສະຫາຍ ນາງ ສີອຳໄພ ໂສລະຖີ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ເປັນກຽດເຂົ້າຮ່ວມມີສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີບັນດາຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ-ສະມາຊິກພັກ, ແຂກຮັບເຊີນຈາກພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພອນສີ ນໍ່ມາລີ ຮອງເລຂາຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ສະຫຼຸບຕີລາຄາຄືນເຖິ່ງຜົນສຳເລັດ ໃນການນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານຮອບດ້ານຍົກໃຫ້ເຫັນດ້ານ ດີຜົນງານການນຳພາ, ບົດຮຽນທີ່ຖອດຖອນໄດ້ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ. ຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງ ປະກອບມີ 7 ໜ່ວຍພັກ, ມີສະມາ ຊິກພັກ 120 ສະຫາຍ, ຍິງ 34 ສະຫາຍ, ຜົນສຳເລັດໃນການເຄື່ອນໄຫວຊີ້ນຳໆພາຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານນຳພາການເມືອງ-ແນວຄິດ ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ-ລັດຖະກອນເປັນບັນຫາສຳຄັນ ຕິດພັນກັບວຽກງານວິຊາສະເພາະໄດ້ຍົກສູງຄວາມຮັບຜິດຊອບໃນການຊີ້ນຳ ແລະ ນຳພາພະນັກງານສະມາຊິກພັກ-ລັດຖະ ກອນສຸມ ໃສ່ໃນການປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ, ພະນັກງານສະມາຊິກພາຍໃນໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານແມ່ນມີຄວາມພະຍາຍາມສູງ ໃນການຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານໂດຍສະເພາະແມ່ນ: ການນຳພາປັບປຸງກໍ່ສ້າງພັກ, ການຂະຫຍາຍພັກ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ກ ແໜ້ນສຳຫຼັບການນຳພາຊີ້ນຳດ້ານວຽກງານວິຊາສະເພາະແມ່ນໄດ້ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີເປັນເສນາທິ ການໃຫ້ແກ່ຄະນະພັກຂັ້ນເທິງ. ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະເຫັນວ່າມີຫຼາຍດ້ານແມ່ນໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ, ໂດຍສະເພາະແມ່ນຕົວເລກຄາດໝາຍສູ້ຊົນໃນໄລຍະ 5 ປີຜ່ານມາ ລວມຍອດຜະລິດຕະພັນອຸດ ສາຫະກຳປຸງແຕ່ງ ແລະ ຫັດຖະກຳທັງໝົດ 1,852.31 ຕື້ກີບ ທຽບ ໃສ່ແຜນການບັນລຸໄດ້ 108.83%, ໂຮງງານອຸດສາຫະກຳປຸງແຕ່ງມີ 262 ແຫ່ງໃນນັ້ນໂຮງງານຂະ ໜາດໃຫຍ່ 1 ແຫ່ງ, ກາງ 121 ແຫ່ງ, ນ້ອນ 116 ແຫ່ງ ແລະ ຄອບຄົວ 24 ແຫ່ງ, ໂຮງງານຫັດຖະກຳ 11 ແຫ່ງ, ມູນຄ່າຈໍລະຈອນສິນຄ້າ ປະຕິບັດໄດ້ 4,831,55 ຕື້ກີບ, ທຽບໃສ່ແຜນການບັນລຸໄດ້ 111.37%, ມູນຄ່ານຳເຂົ້າສິນ ຄ້າທັງໝົດປະຕິບັດໄດ້ 341.93 ລ້ານໂດລາສະຫະລັດ ທຽບໃສ່ແຜນການບັນລຸ 102.90%, ມູນຄ່າສິນຄ້າສົ່ງອອກທັງໝົດປະຕິບັດໄດ້ 109.01 ລ້ານໂດລາສະຫະລັດ ທຽບໃສ່ແຜນການບັນລຸໄດ້ 39.78%, ມູນຄ່າສິນ ຄ້າຜ່ານແດນ ປະຕິບັດໄດ້ 5,717.09 ລ້ານໂດລາສະຫະລັດ ທຽບໃສ່ແຜນການບັນລຸໄດ້ 274.67%, ໄດ້ປະ ກາດຮັບຮອງສິນຄ້າໂອດັອບ 6 ກາໝາຍ ໃນ 3 ເມືອງ, ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ຫົວໜ່ວຍ MSME ເຂົ້າເຖິ່ງແຫຼ່ງທຶນໄດ້ 3 ຫົວໜ່ວຍ, ມູນຄ່າ 3,4 ຕື້ກີບ, ເຂົ້າເຖິ່ງນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ 29 ຫົວໜ່ວຍ ມູນຄ່າ 53 ກວ່າຕື້ກີບ , ຂະຫຍາຍຕາໜາງໄຟ ຟ້າຊົມໃຊ້ໃນທົ່ວແຂວງ ສ້າງເງື່ອນໄຂໃຫ້ບ້ານໄດ້ຊົມໃຊ້ໄຟຟ້າຈຳນວນ 241 ບ້ານຈາກຈຳນວນບ້ານ 248 ບ້ານໃນທົ່ວແຂວງ.ພ້ອມທັງຜ່ານທິດທາງແຜນການຄາດ ໝາຍສູ້ຊົນໃນຕໍ່ໜ້າ ໃຫ້ບັນລຸເປົ້າໝາຍສະຫັດສະວັດໃນການພັດທະນາວຽກງານແບບຍືນຍົງ. ຈາກນັ້ນຄະນະພັກຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາລວມ ພ້ອມທັງກ່າວລາໜ້າທີ່ ເພື່ອດຳເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່, ມີຜູ້ຮັບສະ ໝັກ 9 ສະຫາຍ, ເລືອກເອົາ 7 ສະຫາຍ. ຜ່ານການປ່ອນບັດເລືອກໄດ້ສະຫາຍ ນາງ ສີອຳໄພ ໂສລະຖີ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພອນສີ ນໍ່ມາລີ ເປັນຮອງເລຂາຄະນະພັກຮາກຖານ ຮັບຜິດຊອບວຽກງານກວດກາພັກ,  ສະຫາຍ ສຸວັນໄຊ ຄຳຫຼ້າ, ສະຫາຍ ພັນໄຊ ວິໄລສຸກ, ສະຫາຍ ສົມພອນ ແກ້ວກັນຍາ, ສະຫາຍ ວັນໄຊ ແກ້ວກາງເພັງ ແລະ ສະຫາຍ ອານຸສອນ ຈັນທະສົມບູນ ເປັນກຳມະການຄະນະພັກຮາກ ຖານພະແນກອຸດສາ ຫະກຳ ແລະ ການຄ້າແຂວງ 7 ສະຫາຍນີ້ແມ່ນຈະໄດ້ສືບຕໍ່ຊີ້ນຳໆພາວຽກງານຂອງພັກຕໍ່ໄປ.

ໂອກາດນີ້ສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ແລະ ສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຕໍ່ວຽກ ງານການເມືອງ-ນຳພາແນວຄິດເປັນບັນຫາເປັນພື້ນຖານສຳຄັນໃນການກໍ່ສ້າງພັກ-ກໍ່ສ້າງພະນັກງານ, ການປັບ ປຸງປົວແປງພາຍໃນພັກຕ້ອງໄປຕາມຫຼັກການ ແລະ ທິດນຳຂອງພັກ, ຄະນະພັກ-ສະມາຊິກພັກທຸກສະຫາຍຕ້ອງເປັນຄັນທຸງໃນແຖວໜ້າ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ, ສຳຫຼັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕ້ອງຄິດງ່ຳໄຕ່ຕອງຢ່າງຖີ່ຖ້ວນໃຫ້ລະອຽດ, ການຕັດສິນບັນຫາສຳ ຄັນຕ້ອງເຫັນດີເປັນເອກະພາບກັນພາຍໃນ ເພື່ອນຳພາຊີ້ນຳວຽກງານຮອບດ້ານໃຫ້ຖືກຕ້ອງຕາມທິດທາງຄາດໝາຍສູ້ຊົນ, ເພີ່ມທະວີຄວາມສາມັກຄີພາຍໃນພັກເສີມຂະຫຍາຍດ້ານດີຜົນງານ, ປັບປຸງດ້ານອ່ອນຂໍ້ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ, ພ້ອມກັນນຳເອົາເນື້ອໃນຈິດໃຈຜົນສຳເລັດຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ຂ່າວ: ບຸນຈັນ ມະນີໄຊ  ວັນທີ 9 ເມສາ 2026.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa